ຄະນະພັກຮາກຖານ ກອງບັນຊາການທະຫານເມືອງບໍລິຄັນ ຈັດກອງປະຊູມ ຄັ້ງທີ 5 ສະໄໝທີ 3

ໃນວັນທີ່ 15 ກໍລະກົດ 2021 ຢູ່ສະໂມສອນກອງບັນຊາການທະຫານ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມທົ່ວອົງຄະນະພັກຮາກຖານຄັ້ງທີ 5 ສະໄໝທີ່ 3 ຂອງຕົນຂື້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ພັນໂທ ສັງວອນ ເພັດວົງແສງ ກໍາມະການພັກເມືອງ ເລຂາຮາກຖານພັກຮາກຖານ ຫົວໜ້າກອງບັນຊາການທະຫານເມືອງບໍລິຄັນ.

ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊູມໃຫຍ່ຄັ້ງທີ VIl ຂອງອົງຄະນະບໍລິຫານງານພັກເມືອງ ໄດ້ດີຕະຫຼອດມາ ເຊີ່ງມັນສະແດງອອກເຫັນໄດ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍປະຕິບັດຕາມ 7 ລະບອບ 18 ວຽກຂອງກອງທັບວາງອອກ ແລະ 4 ໜ້າທີ່ ໃຫ່ຍ 26 ແຜນງານຂອງກະຊວງ ປ້ອງກັນປະເທດວາງອອກ ແລະ ວຽກງານວັດທະນະທໍາ-ສັງຄົມໄດ້ຮັບການອະນຸລັກ-ຮັກສາ ແລະ ພັດທະນາດີຂື້ນ, ພະນັກງານທະຫານຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົົ່າ ມີແນວຄິດຫຼັກໝັ້ນອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ.

About admin11