ດ່ານສາກົນນ້ຳພາວ ມອບເງິນສົດ 10.000.000 ກີບ ຊຸກຍູ້ວຽກງານ ປກສ ແຂວງ ບໍລິຄໍາໄຊ

       ຕອນເຊົ້າ ວັນທີ 30 ທັນວາ 2021 ຄະນະຄຸ້ມຄອງດ່ານຊາຍແດນສາກົນນ້ຳພາວ ໄດ້ນໍາເອົາເງິນສົດ 10.000.000 ກີບ (ສິບລ້ານກີບ) ມາມອບໃຫ້ແກ່ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ເພື່ອປະກອບສ່ວນຊຸກຍູ້ທຶນຮອນ ເຂົ້າໃນການພັດທະນາກົມກອງ ໂດຍສະເພາະ ກໍ່ແມ່ນການກໍ່ສ້າງຄອງລະບາຍນ້ຳ ເພື່ອເຮັດໃຫ້ສະຖານທີ່ຄ້າຍມີຄວາມສະອາດງາມຕາ.

ເປັນກຽດຕາງໜ້າກ່າວມອບໂດຍ ທ່ານ ຈັນສະໝອນ ມາທິລາດ ຄະນະຄຸ້ມຄອງ ດ່ານສາກົນນ້ຳພາວ, ກ່າວຮັບໂດຍ ທ່ານ ພັນໂທ ຄໍາໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີຄະນະຫ້ອງ, ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

        ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ໂອກາດດັ່ງກ່າວ ທ່ານ ພັນໂທ ຄໍາໝັ້ນ ໄຂທະວີສຸກ ຕາງໜ້າໃຫ້ ຄະນະກອງບັນຊາການ  ກໍ່ໄດ້ມອບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ ໃຫ້ແກ່ດ່ານສາກົນນ້ຳພາວ ພ້ອມທັງກ່າວຂອບໃຈ ມາຍັງ ທ່ານ ຈັນສະໝອນ ມາທິລາດ ພ້ອມຄະນະ ຕະຫຼອດຮອດພະນັກງານປະຈໍາດ່ານທຸກສະຫາຍ ປອດໄພຈາກພະຍາດໂຄວິດ-19 , ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

 

 

 

About admin11