ປະເມີນສ້າງຄອບຄົວ ແລະ ບ້ານໂພນດູ່ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ຕອນເຊົ້າຂອງວັນທີ 30 ທັນວາ 2021 ຢູ່ບ້ານໂພນດູ່, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດປະເມີນການສ້າງຄອບຄົວ ແລະ ບ້ານໂພນດູ່ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນຳວຽກງານພັກ – ພະນັກງານ, ທ່ານ ພັທ ສົມພົງ ພົມມະວາດ ກຳມະການພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີອໍານາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພິທີ ໄດ້ຜ່ານບັນດານິຕິກຳກ່ຽວກັບການເປີດປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ,​ ຜ່ານແຜນການດຳເນີນປະເມີນຕົວຈິງຢູ່ບ້ານໂພນດູ່ ໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, ເພື່ອເປັນການປຸກລະດົມຂະບວນການຮັກຊາດພັດທະນາຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ, ບ້ານ, ເມືອງ, ແຂວງໃຫ້ມີຄວາມສະຫງົບປອດໄພ, ສາມາດຕ້ານກັບທຸກກຳລັງອິດທິປໍລະປັກຂອງກຸ່ມຄົນບໍ່ຫວັງດີ, ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ.

    

About admin11