2 ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 642 ແຂ່ງກິລາມິດຕະພາບ

ໃນວັນທີ 20 ຕຸລາ 2022 ຢູ່ເດີນກິລາເປຕັ່ງ ຂອງກອງບັນຊາການທະຫານແຂວງ ບໍລິຄຳໄຊ ສອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ແລະ ສອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ກອງພັນໃຫຍj 642 ໄດ້ຈັດການແຂ່ງຂັນກິລາມິດຕະພາບຂື້ນ, ໂດຍການເຂົ້າຮ່ວມຂອງທ່ານພົນຈັດວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍພັນໂທ ສຸວັນ ນະຄີລີ ຫົວໜ້າພະແນກການເມືອງ ກອງພັນໃຫ່ຍ 642 ພ້ອມດ້ວຍຄະນະພັກ – ຄະນະບັນຊາ ແລະ ບັນດານັກກິລາຂອງສອງກົມກອງເຂົ້າຮ່ວມ.

ກິລາທີ່ຈັດຕັ້ງແຂ່ງຂັນໃນຄັ້ງນີ້ ແມ່ນມີສອງປະເພດກິລາ ຄn: ກິລາເປຕັ່ງຊາຍ – ຍິງ ແລະ ກິລາບານສົ່ງຊາຍ – ຍິງ, ງານພົບປະກິລາມິດຕະພາບຄັ້ງນີ້ ຈັດຂຶ້ນເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມກາງສະໄໝ ຂອງອົງຄະນະພັກກອງບັນຊາການທະຫານແຂວງ ທີ່ຈະໄຂຂື້ນໃນຕໍ່ໜ້ານີ້ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍຄວາມສໍາຄັນ, ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງຄະນະພັກ – ຄະນະບັນຊາ ແລະ ສອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ຂອງສອງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂື້ນໄປເລື້ອຍໆ.

About admins14