ຊາວໜຸ່ມອົງການແນວລາວສ້າງຊາດແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ ແລະ ທຸງໄຊນຳໜ້າ 4 ບຸກ

ໃນວັນທີ 21 ທັນວາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເຮືອງ ມູນທໍາມາ ເລຂາຊາວໜຸ່ມໜ່ວຍຮາກຖານ, ເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ເກດແກ້ວ ກົມມະແສງ ເລຂາໜ່ວຍພັກອົງການແນວລາວສ້າງຊາດແຂວງ ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.

ພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ, ປັດຈຸບັນ ຊາວໜຸ່ມໜ່ວຍຮາກຖານອົງການແນວລາວສ້າງຊາດແຂວງ ມີສະຊິກຊາວໜຸ່ມທັງໜົດ 10 ສະຫາຍ, ຍິງ 7 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າ ຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ສາມາດຕີລາຄາໄດ້ 90%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໄດ້ 95%, ດ້ານການຈັດຕັ້ງ ໄດ້ 90% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ ໄດ້ 90%.

ໂອກາດຽວກັນນີ້ ສະຫາຍ ທະນູວັນ ວົງມະນີ ໄດ້ເປັນກຽດມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມໜ່ວຍຮາກຖານອົງການແນວລາວສ້າງຊາດ ແລະ ມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ ໃຫ້ໝັ້ນຄົງຕະຫລອດໄປ.

About admins14