ກອງປະຊຸມຄະນະຜູ້ແທນຂັ້ນສູງ ແຂວງບໍລິຄໍາໄຊ – ຮ່າຕິ້ງ ປີ 2021

ກອງປະຊຸມຄະນະຜູ້ແທນຂັ້ນສູງ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ່ 17 ທັນວາ 2021 ຢູ່ທີ່ຫ້ອງປະຊຸມດ່ານເກົ່າແຈວ ແຂວງຮ່າຕິ້ງ ສສ ຫວຽດນາມ ຝ່າຍແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ປະຊາຊົນປະຕິວັດລາວ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ຝ່າຍແຂວງຮ່າຕິ້ງ ນໍາໂດຍ ທ່ານ ຮວ່າງຈຸງຊຸ້ງ ກໍາມະການສູນກາງພັກ ກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຮ່າຕີ້ງ ພ້ອມດ້ວຍຜູ້ແທນທັງສອງແຂວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຜູແທນທັງສອງແຂວງ ໄດ້ພັດປ່ຽນກັນລາຍງານ ການພັດທະນາເສດຖະກິດ – ສັງຄົມຂອງຕົນ ແລະ ຜົນການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືສອງແຂວງ ບໍລິຄໍາໄຊ – ຮ່າຕິ້ງ ໃນໄລຍະຜ່ານມາ ປີ 2020-2021 ໃຫ້ກັນໄດ້ຮັບຊາບ ເຊີ່ງແຂວງບໍລິຄໍາໄຊລາຍງານໂດຍ ທ່ານ ກອງແກ້ວ ໄຊສົງຄາມ, ແຂວງຮ່າຕີ້ງ ໂດຍແມ່ນທ່ານ ຮ່ວາງຈຸຸງຊຸ້ງ.

ໂດຍປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະຜູ້ແທນຂັ້ນສູງ ແຂວງບໍລິຄໍາໄຊ – ແຂວງຮ່າຕິ້ງ ທີ່ໄດ້ລົງນາມຮ່ວມກັນ ຄັ້ງວັນທີ່ 25 ທັນວາ 2019 ທີ່ແຂວງບໍລິຄໍາໄຊ ດ້ວຍຄວາມເປັນເຈົ້າການສູງ ແລະ ໄດ້ຮັບໝາກຜົນເປັນຮູບປະທໍາຂຶ້ນ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຜັນຂະຫຍາຍບົດບັນທຶນກອງປະຊຸມ ລະຫວ່າງຄະນະກໍາມະການຊາຍແດນແຫ່ງ ສປປ ລາວ ແລະ ຄະນະກໍາມະການຊາຍແດນ ແຫ່ງ ສສ ຫວຽດນາມ ຄັ້ງທີ່ XXIX ລົງວັນທີ່ 26 ທັນວາ 2019 ທີ່ນະຄອນຫຼວງຮ່າໂນຍ ແລະ ບົດບັນທຶກກອງປະຊຸມ ຄັ້ງທີ່ XXX ລົງວັນທີ່ 30 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ເພີ່ມທະວີ ການກວດກາລາດຕະເວນ ຕາມບໍລິເວນຊາຍແດນໃນຂອບເຂດຄວາມຂອງແຂວງບໍລິຄໍາໄຊ – ແຂວງຮ່າຕິ້ງ ໄດ້ມີຄວາມເປັນລະບຽບຮຽບຮ້ອຍດີ, ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ ທີ່ໄດ້ກໍ່ສ້າງສໍາເລັດ ໃຫ້ຢູ່ໃນສະພາບປົກກະຕິ, ຕິດຕາມ ກວດກາ ແລະ ສະກັດກັ້ນຕໍ່ພົນລະເມືອງຂອງສອງຝ່າຍ ທີ່ລັກລອບຂ້າມໄປ – ມາບໍ່ຖືກຕ້ອງ, ການຄ້າ – ຂາຍເຖື່ອນ, ຢາເສບຕິດ, ລັກລອບຂຸດຄົ້ນ ແລະ ຄ້າ-ຂາຍຊັບພະຍາກອນທໍາມະຊາດ, ເປັນເຈົ້າການຮັກສາລະບອບການ ລາດຕະເວນຝ່າຍດຽວລາດຕະເວນຮ່ວມສອງຝ່າຍ ແລະ ການປະສານສົມທົບແລກປຽ່ນ ລາຍງານຂໍ້ມູນລະຫວ່າງສອງຝ່າຍຮ່ວມກັນຢ່າງເປັນປົກກະຕິ, ເຈົ້າໜ້າທີ່ ແລະ ພາກສ່ວນກຽ່ວຂ້ອງຂອງ ແຂວງບໍລິຄໍາໄຊ ຍັງໄດ້ເປັນເຈົ້າການ ແຕ່ງຕັ້ງຄະນະລົງເຄື່ອນໄຫວ ໂຄສະຊະນາເຜີຍແຜ່ ວຽກງານຄຸ້ມຄອງຊາຍແດນ ແລະ ບັນດາກົດໝາຍຊາຍແດນ ຢູ່ບັນດາເມືອງ ແລະ ທ້ອງຖິ່ນຕາມຊາຍແດນ.

ໃນພິທີ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ, ຝ່າຍແຂວງບໍລິຄໍາໄຊ ໂດຍແມ່ນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ຮວ່າງຈຸງຊຸ້ງ ປະທານສະພາປະຊາຊົນແຂວງຮ່າຕິ້ງ ໂດຍຊ່ອງໜ້າຜູ້ແທນທັງສອງແຂວງເຂົ້າຮ່ວມ.

ພ້ອມນີ້ ແຂວງຮ່າຕິງ ຍັງເຫັນດີໃຫ້ທຶນຊ່ວຍເຫຼືອແກ່ແຂວງບໍລິຄໍາໄຊ ໃນໂຄງການກໍ່ສ້າງໂຮງໝໍ 30 ຕຽງທະຫານແຂວງ, ມອບປື້ມຕໍາລາຫໍສະມຸດ ຢູ່ໂຮງຮຽນສີທ່ານາໄຊ ແລະ ມອບຂອງຂັວນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ.

About admins14