ຊາວໜຸ່ມບໍລິຄຳໄຊ ຮ່ວມໃຈສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII

ຂະບວນການອອກແຮງງານອານາໄມລວມ ຂອງຊາວໜຸ່ມແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2020 ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ທັງເປັນຫົວໜ້າຄະນະອະນຸກຳມະການຂະບວນການຂັ້ນແຂວງ ແລະ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ຮາກຖານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ກິດຈະກຳໃນຄັ້ງນີ້ ເລີ່ມຕົ້ນດ້ວຍການນຳພາຊາວໜຸ່ມ-ເຍົາວະຊົນ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ອາດີດກົມການເມືອງຮຸ່ນທຳອິດຂອງ ສປປ ລາວ. ຫຼັງຈາກນັ້ນ ກໍ່ໄດ້ມີການອອກແຮງງານອານາໄມລວມ ເຊິ່ງກິດຈະກຳຫຼັກຂອງການອອກແຮງງານເທື່ອນີ້ ແມ່ນການອະນາໄມພື້ນ, ຕັດຫຍ້າ ແລະ ອະນາໄມຄອງລະບາຍນ້ຳອ້ອມຮອບອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ໃຫ້ມີຄວາມສະອາດງາມຕາ.

ຈຸດປະສົງຂອງກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ແລະ ເປັນການສະເຫຼີມສະຫຼອງວັນຢຶດອຳນາດທົ່ວປະເທດ 23 ສິງຫາ 1945 ແລະ 23 ສິງຫາ 1975 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ຊາວໜຸ່ມລຸ່ນສືບທອດ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ ແລະ ການຊ່ວຍເຫຼືອສັງຄົມ ດັ່ງຄຳຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ”.

About admins14