ນັກຮຽນ ປກສ ເລກ 4 ເຊື່ອມຊືມເອກະສານສຳຄັນຂອງພັກ

 
ໃນຕອນເຊົ້າຂອງວັນທີ່ 20 ສິງຫາ 2020 ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ເອກະສານທີ່ສໍາຄັນຂອງກົມການເມືອງສູນກາງພັກ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ່ III ຂອງອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຢູ່ ໂຮງຮຽນ ປກສ ເລກ 4, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີພະນັກງານ-ນັກຮົບ ຕະລອດຮອດນັກຮຽນໂຮງຮຽນ ປກສຊັ້ນ ຕົ້ນເລກ 04 ຮຸ່ນທີ່ 9 ເຂົ້າຮ່ວມ 275 ຄົນ, ຍິງ 90 ຄົນ.


ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ່ 111/ກມສພ, ລົງວັນທີ່ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ເອກະສານຜົນສໍາເລັດກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ຄັ້ງທີ່ III, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ່ 112/ກມສພ, ລົງວັນທີ່ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນະພາບການດໍາເນີນຄະດີຕາມຂະບວນຍຸທິທໍາ ເຊີ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ຕິດພັນກັບກໍາລັງ ປກສ ຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງການນຳແຕ່ລະຂັ້ນ, ເອົາໃຈໃສ່ສ້າງພະນັກງານ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ແທ້ຈິງ, ສ້າງເລົ່າລົບວິຊາສະເພາະໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ, ຍົກໃຫ້ເຫັນຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ທີ່ຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວພັກ-ທົ່ວກຳລັງປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ທີ່ໄດ້ເຊີດຊູນໍ້າໃຈຮັກຊາດ, ເປັນເຈົ້າການໃນການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ຄຽງຄູ່ກັບການກໍ່ສ້າງພັດທະນາກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ພຽງພໍທາງດ້ານປະລິມານ ແລະ ມີຄຸນນະພາບສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ນອກນັ້ນ ຍັງໄດ້ເອກະພາບກັນກໍານົດເອົາທິດທາງແຜນການທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນໄລຍະ 05 ປີຕໍ່ໜ້າ.

ຕອນທ້າຍກອງປະຊຸມ ທ່ານ ພັທ ຄໍາແພງ ນໍາພາວັນ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ຈົ່ງນໍາເອົາເນື້ອໃນເອກະສານສໍາຄັນໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສູງ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮັກອຸດົມການ, ເອົາໃຈໃສ່ຄຸ້ມຄອງນັກຮຽນໃຫ້ຢູ່ໃນລະບຽບ ແລະ ຖ່າຍທອດວິຊາຄວາມຮູ້ດ້ານຕ່າງໆ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈ ເມື່ອຮຽນຈົບອອກໄປ ຈະໄດ້ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະກົມກອງຢ່າງເໝາະສົມ.

About admin11