ຊາວນາເມືອງປາກກະດິງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 80%


ຕອນບ່າຍວັນທີ 28 ຕຸລາ 2020ນີ້ ທ່ານ ບົວຈັນ ໄກຍະລາດ ຄະນະຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກກະດິງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການເກັບກ່ຽວເຂົ້ານາປີ ຂອງຊາວກະສິກອນ ຢູ່ພາຍໃນເມືອງ.

ຄະນະຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃຫ້ຮູ້ວ່າ: ປີນີ້ ຊາວກະສິກອນ ເມືອງປາກກະດິງ ປູກເຂົ້ານາປີ ຈຳນວນ 8.300 ເຮັກຕ່າ, ຜ່ານການລົງຕິດຕາມຂອງວິຊາການກະສິກຳເມືອງ ເຫັນວ່າ ໄດ້ຮັບຜົນຜະລິດດີພໍສົມຄວນ ສະເລ່ຍສະມັດຖະພາບເຂົ້າ 3,4 ໂຕ່ນຕໍ່ເຮັກຕ່າ. ແຕ່ຊາວນາກໍ່ພົບຄວາມຫຍຸ້ງຍາກຢູ່ ເປັນຕົ້ນແມ່ນໄລຍະປັກດຳ ມີຝົນຕົກໜ້ອຍ ເຮັດໃຫ້ການປັກດຳຊັກຊ້າ ແລະ ໄລຍະເກັບກ່ຽວບາງເຂດກໍ່ຖືກພາຍຸຝົນຕົກໃສ່ ເຮັດໃຫ້ບໍ່ມີຄວາມສະດວກໃນການເກັບກູ້.

ປະຈຸບັນ ຊາວກະສິກອນທົ່ວເມືອງ ສາມາດເກັບກູ້ເຂົ້ານາປີສຳເລັດແລ້ວ ປະມານ 80% ຂອງເນື້ອທີ່ທັງໝົດ, ຊາວນາ ບ້ານປາກສາ ຜູ້ໜຶ່ງຍັງໃຫ້ຮູ້ວ່າ: ການຜະລິດເຂົ້ານາປີ ປີນີ້ ໄດ້ຮັບຜົນດີກ່ວາປີກາຍ ຍ້ອນໄດ້ຮັບການແນະນຳຈາກວິຊາການກະສິກຳເມືອງ ເຮັດໃຫ້ການປູກເຂົ້າຖືກວິທີ ແລະ ເຂົ້ານາງາມກ່ວາທຸກປີ.

ການລົງເຄື່ອນໃຫວຄັ້ງນີ້ ທີມງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ລົງຊຸກຍູ້ການປູກຜັກໃນເຮືອນຮົ່ມຂອງຄອບຄົວນາງ ດາວັນ ບ້ານປາກສາ ເພື່ອເຮັດໃຫ້ຜູ້ກ່ຽວໄດ້ຮັບຄຳແນະນຳໃໝ່ ທີ່ເປັນປະໂຫຍດແກ່ການຜະລິດອີກດ້ວຍ.

About admin11