ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານການສຶກສາ ທົ່ວເມືອງວຽງທອງ


ໃນວັນທີ 29 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງ ບໍລິຄຳໄຊ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານການສຶກສາ-ກິລາ ປະຈໍາສົກຮຽນ 2019-2020 ແລະ ວາງທິດທາງແຜນການປີ 2020-2021 ທົ່ວເມືອງວຽງທອງ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ, ທ່ານ ອາຈານ ຄໍາເພັດ ໄຊບັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຄະນະຫ້ອງການສຶກສາ, ພະນັກງານ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ທົ່ວເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ວາລະດໍາເນີນກອງປະຊຸມ ທ່ານ ວົງໄຊ ສີບຸນເຮືອງ ໄດ້ຂຶ້ນຜ່ານບົດສະຫຼຸບຂອງຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານບໍລິຫານການສຶກສາທົ່ວເມືອງວຽງທອງ ເຊີ່ງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ກອງປະຊຸມຈະໄດ້ຄົ້ນຄົ້ວແກ້ໄຂ ພ້ອມທັງວາງທິດທາງແຜນການຈັດຕັ້ງປະຕິບັດໃນສົກປີ 2020-2021 ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

1 ປີຜ່ານມາ ຫ້ອງການສຶກສາເມືອງ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ ສຸມໃສ່ການຂະຫຍາຍຫ້ອງຮຽນ, ໂຮງຮຽນ ແລະ ການສະໜອງອຸປະກອນເຂົ້າໃນການຮັບໃຊ້ສື່ການຮຽນ-ການສອນ. ທົ່ວເມືອງມີໂຮງຮຽນ ອະນຸບານ+ປໍກຽມ 6 ແຫ່ງ, ມີຄູສອນ 61 ທ່ານ, ມີນັກຮຽນອະນຸບານ 370 ຄົນ, ນັກຮຽນຫ້ອງກຽມ 538 ຄົນ, ມີໂຮງຮຽນປະຖົມ 37 ແຫ່ງ, ມີຄູສອນ 201 ທ່ານ, ມີນັກຮຽນ 4644 ຄົນ, ໂຮງຮຽນມັດທະຍົມຕົ້ນ 6 ແຫ່ງ, ມໍສໍ 2 ແຫ່ງ, ມີຄູສອນ 150 ທ່ານ, ມີນັກຮຽນ ມຕ 2704 ຄົນ, ມໍປາຍ 1108 ຄົນ. ຜ່ານການສິດສອນຂອງຄູ-ອາຈານຕໍ່ກັບຄວາມເຂົ້າໃຈຂອງນັກຮຽນຜ່ານແມ່ນຜົນການສອບເສັງໄດ້ ຄື: ຊັ້ນປະຖົມ 96,97%, ຊັ້ນມັດທະຍົມຕົ້ນ 97,43% ແລະ ຜົນການສອບເສັງມັດທະຍົມປາຍ 98,27%.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອຄວາມເປັນເອກະພາບພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຕາມລະດັບຄາດໝາຍ ແລະ ມີຄຸນນະພາບ.

ກອງປະຊຸມໄດ້ມອບໃບຢັ້ງຢືນໂຮງຮຽນຕົວແບບປອດສິ່ງເສບຕິດ ແລະ ມອບໃບຍ້ອງຍໍໃຫ້ພະນັກງານຄູ ຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານການສິດສອນໄລຍະຜ່ານມາ ອີກດ້ວຍ.

About admin11