ຄຳເກີດ ເປີດຝຶກອົບຮົມວຽກງານປ້ອງກັນຄວາມສະຫງົບ 62 ບ້ານ

ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ຢູ່ຫ້ອງປະຊຸມ ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນຄວາມສະຫງົບ 62 ບ້ານທົ່ວເມືອງ ໂດຍການເປັນປະທານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວຫນ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີນາຍບ້ານ 62 ບ້ານ ພ້ອມດ້ວຍ ປກສ ບ້ານທົ່ວເມືອງ ແລະ ພະນັກງານຮາກຖານປະຈຳແຕ່ລະກຸ່ມບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວຫນ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມຄໍາສັ່ງຂອງນາຍົກລັດທະມົນຕີ ເລກທີ 27/ນຍ, ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ທ່ານໃຫ້ຮູ້ວ່າ: ເພື່ອເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແນ່ໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ, ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມ ປະສົບຄວາມສໍາເລັດ ແລະ ບັນລຸຄາດໝາຍທີ່ວາງໄວ້, ທຸກການຈັດຕັ້ງຂອງລັດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ຕ້ອງເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະຢູ່ໃນຕົວເມືອງຕ່າງໆຍັງເກີດຂຶ້ນຍ່າງຕໍ່ເນື່ອງ ແລະ ມີທ່ານອ່ຽງຂະຫຍາຍຕົວຮຸ່ນແຮງຂຶ້ນ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການກໍ່ອາດສະຍາກໍາ, ການປຸ້ນຈີ້ຊິງຊັບ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າໂສເພນີ, ຄ້າຂາຍໄມ້ຫວງຫ້າມ, ການມົ້ວສຸມຂອງໄວໜຸ່ມ, ບັນຫາຄົນງານຊາວຕ່າງປະເທດເຂົາມາເຄື່ອນໄຫວທີ່ບໍ່ຖືກຕ້ອງ, ການສໍ້ລາດບັງຫຼວງ, ອຸປະຕິເຫດຕາມທ້ອງຖະໜົນ.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການເຊື່ອມຊຶມເອກະສານເລກທີ 702/ນຍ, ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ, ເອກະສານເລກທີ 04 ສິດ, ພາລະບົດບາດຂອງ ປກສ ກຸ່ມບ້ານ.

About admins16