ເຈົ້າເມືອງວຽງທອງ ລົງຊຸກຍູ້ວຽກງານ ຢູ່ກຸ່ມບ້ານທອງມີໄຊ

ໃນວັນທີ 1 ພະຈິກ 2022 ທ່ານ ພັອ ຄຳແພນ ວິລືທໍາ ເຈົ້າເມືອງວຽງທອງ ໄດ້ລົງຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ ບ້ານ ສີວິໄລ ກຸ່ມທອງມີໄຊ, ໂດຍມີພະນັກງານກໍ່ສ້າງຮາກຖານ, ອໍານາດການປົກຄອງບ້ານ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ພັທ ສັກສັນຍາ ໄຊຍະສິດ ພະນັກງານກໍ່ສ້າງຮາກຖານ ໄດ້ຜ່ານບົດລາຍງານສະພາບລວມໂດຍຫຍໍ້ຂອງບ້ານ, ບ້ານ ສີວິໄລ ປະກອບມີ 109 ຫຼັງຄາເຮືອນ, 156 ຄອບຄົວ, ຈໍານວນພົນທັງໝົດ 823 ຄົນ, ຍິງ 439 ຄົນ, ເຜົ່າມົ້ງ, ອາຊີບຕົ້ນຕໍແມ່ນເຮັດນາ, ເຮັດໄຮ່ ແລະ ປູກຝັງ, ລ້ຽງສັດ ເປັນສຳຮອງ, ຜ່ານມາ ພະນັກງານກໍ່ສ້າງຮາກຖານການເມືອງໄດ້ສົມທົບກັບອໍານາດການປົກຄອງບ້ານ ໄດ້ສຶກສາອົບຮົມການເມືອງແນວຄິດ, ແນວທາງນະໂຍບາຍຂອງພັກ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖີງ, ຕິດຕາມ, ກວດກາສະພາບລວມຂອງບ້ານພ້ອມທັງຊຸກຍູ້ໃຫ້ທຳການຜະລິດ.

ໃນວັນທີ 2 ພະຈິກ 2022 ທ່ານ ພັອ ຄຳແພນ ວິລືທໍາ ເຈົ້າເມືອງວຽງທອງ, ປະທານຄະນະກໍາມະການປ້ອງກັນຊາດ –  ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ເຂົ້າຮ່ວມເປີດພິທີການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ 4 ບ້ານໃນກຸ່ມທອງມີໄຊ ຄື: ບ້ານທອງມີໄຊ, ບ້ານໂຮມຈະເລີນ, ບ້ານສີວິໄລ ແລະ ບ້ານນາເພີນ ໄດ້ຈັດຂຶ້ນຢູ່ສະໂມສອນຂອງບ້ານທອງມີໄຊ ເມືອງວຽງທອງ ໂດຍມີທ່ານ ພັທ ເສດຟອງ ສີສະເກດ ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ມີອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບັນດານິຕິກຳຂອງຂັ້ນເທິງ ກ່ຽວກັບການເປີດປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຜ່ານແຜນການດຳເນີນປະເມີນຕົວຈິງຢູ່ບັນດາບ້ານໃນກຸ່ມທອງມີໄຊ ໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, 4 ໜ້າທີ່ໃຫຍ່, 26 ແຜນງານຂອງຄະນະພັກກະຊວງປ້ອງກັນຊາດ ເພື່ອເປັນການປຸກລະດົມຂະບວນການຮັກຊາດພັດທະນາ ຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ, ບ້ານ, ເມືອງ, ແຂວງໃຫ້ມີຄວາມສະຫງົບປອດໄພສາມາດຕ້ານກັບທຸກກຳລັງອິດທິປໍລະປັກຂອງກຸ່ມຄົນບໍ່ຫວັງດີ, ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ.

About admins14