ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ລົງພົບປະ-ປະຊາຊົນ ຢູ່ເມືອງໄຊຈໍາພອນ

ໃນລະຫວ່າງ ວັນທີ 8 – 9 ມີນາ 2022  ທ່ານ ປອ ສຸວັນນີ ໄຊຊະຊະ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ, ທ່ານ ໜູພັນ ອຸດສາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະປະຊາຊົນ ຢູ່ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ 3 ຈຸດ, ມີ 3 ​ບ້ານ ແລະ 1 ສໍານັກເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ພະນັກງານລັດຖະກອນ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ຕາງໜ້າອຳນາດການປົກຄອງແຕ່ລະບ້ານ ໄດ້ລາຍງານສະພາບລວມຂອງບ້ານ ໃຫ້ຮັບຊາບວ່າ: ບ້ານໂພນຄໍາ ປະກອບມີ 3 ຊົນເຜົ່າ, ມີ 96 ຫຼັງຄາເຮືອນ, ມີ 109 ຄອບຄົວ, ປະຊາຊາກອນທັງໝົດ 679 ຄົນ, ຍິງ 337 ຄົນ, ມີຄອບຄົວທຸກຍາກ 31 ຄອບຄົວ, ຄອບຄົວອານາຖາ 1  ຄອບຄົວ,  ຄອບຄົວທີ່ຂາດເນື້ອທີ່ນາໃນການທໍາການຜະລິດ ທັງໝົດ 28 ຄອບຄົວ, ອາຊີບຕົ້ນຕໍແມ່ນຢຶດຖືການປູກຝັງ – ລ້ຽງສັດ, ສະເລ່ຍເຂົ້າກິນ 300 ກິໂລ/ຄົນຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນ 800.000 ກີຕໍ່ຄົນ/ປີ ແລະ ສະເໜີພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງ ຄອງເໜືອງຊົນລະປະທານ ທົ່ງນາແຫວ ມີຄວາມຍາວທັງໝົດ 4000 ແມັດ  ເພື່ອນໍາໃຊ້ເຂົ້າໃນເຂດທໍາການຜະລິດຂອງປະຊາຊົນ 28 ຄອບຄົວ, ມີເນື້ອທີ່ນາທັງໝົດປະມານ 30 ເຮັກຕ່າ, ຜ່ານມາຂະແໜງການທີ່ກ່ຽວຂ້ອງແມ່ນໄດ້ລົງມາສໍາຫຼວດ ແລະ ປະເມີນມູນຄ່າຂອງການກໍ່ສ້າງ ປະມານ 515 ລ້ານກີບ ພ້ອມທັງສະເໜີສ້າງຂົວອູ່ຂ້າມນໍ້າສົບຕາງ ເຊິ່ງມີຄວາມຍາວ ປະມານ 100 ແມັດ.

ບ້ານວັງບານ ມີເນື້ອທີ່ທັງໝົດ 12.000 ຮັກຕ່າ, ມີ 104 ຫຼັງຄາເຮືອນ ມີ 151 ຄອບຄົວ, ມີພົນລະເມືອງ 694  ຄົນ, ຍິງ 326 ຄົນ, ມີຄອບຄົວທຸກຍາກ 30 ຄອບຄົວ, ອາຊີບຕົ້ນຕໍແມ່ນປຸກຝັງ-ລ້ຽງສັດ ມີເນື້ອທີ່ນາທັງໝົດ 120 ເຮັກຕ່າ, ເນື້ອທີ່ໄຮ່, ສວນ 36 ເຮັກຕ່າ, ສະເລ່ຍເຂົ້າກິນ 350 ກິໂລ/ຄົນ/ປີ, ລາຍຮັບສະເລ່ຍ 950.000 ກີບ/ຄົນ/ປີ ແລະ ອົງການປົກຄອງບ້ານສະເໜີ ຂໍທໍ່ຢາງດໍາ ຟີ 50 ຈໍານວນ 100 ໂຄ້ງ ແລະ ທໍ່ຂຽງໃຫຍ່ 300 ທໍ່ ເພື່ອເຮັດນໍາລິນຕໍ່ມາໃສ່ເນື້ອທີ່ທຳການຜະລິດຂອງປະຊາຊົນ ເຊິ່ງມີເນື້ອທີ່ທໍາການຜະລິດຢູ່ໃນເຂດດັ່ງກ່າວ ປະມານ 17 ເຮັກຕ່າ, ສະເໜີສ້າງຂົວອູ່ຂ້າມນໍ້າຈາດ ເຊິ່ງມີຄວາມຍາວປະມານ 60 ແມັດ ເພື່ອຂ້າມໄປບ່ອນທໍາການຜະລິດຂອງປະຊາຊົນ ແລະ ສະເໜີຂໍສັງກະສີ ຈໍານວນ 400 ແຜ່ນເພື່ອສ້ອມແປງຫ້ອງຮຽນຫຼັງເກົ່າເພື່ອຈະຂະຫຍາຍຫ້ອງຮຽນເພີ່ມຕື່ມ  ເພາະປະຈຸບັນເຫັນວ່ານັກຮຽນແມ່ນແອອັດຫຼາຍປະຈຸບັນສະເລ່ຍ 32 ນ້ອງຕໍ່ຫ້ອງ, ພ້ອມນີ້ສະຫະພັນນັກຮົບເກົ່າບ້ານວັງບານ ສະເໜີຂໍນະໂຍບາຍອຸດໜູນບໍານານ ເຊິ່ງຜ່ານມາຜູ້ກ່ຽວໄດ້ປະກອບເອກະສານຍື່ນຫາພາກສ່ວນທີ່ກ່ຽວຂ້ອງແລ້ວມາຮອດປະຈຸບັນແມ່ນຍັງບໍ່ທັນມີຄໍາຕອບ.

ໃນຕອນບ່າຍ ຂອງວັນດຽວກັນ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ11 ຍັງໄດ້ລົງກວດກາການໂຄງການທີ່ກໍາລັງກໍ້ສ້າງເສັ້ນທາງປູຢ່າງສອງຊັ້ນຫຼັກ 5 ຫາ ນ້ຳອ້ອນ ທີ່ມີຄວາມຍາວ 62 ກິໂລແມ້ດ.

ຕໍ່ມາຕອນເຊົ້າຂອງວັນທີ 9 ມີນາ 2022 ຄະນະ ໄດ້ພົບປະ-ພະນັກງານການນໍາ, ພະນັກງານວິຊາການຂອງເມືອງ ແລະ ປະຊາຊົນບ້ານນໍ້າອ້ອນ, ທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຈຳພອນ ໄດ້ຂື້ນລາຍງານສະພາບລວມຂອງເມືອງໂດຍຫຍໍ້ໃຫ້ຮັບຊາບ.

ພ້ອມນັ້ນ ອົງການປົກຄອງເມືອງສະເໜີງົບປະມານເພື່ອສ້ອມແປງເສັ້ນທາງລະຫວ່າງເມືອງຫາເມືອງ  ແລະ ລະຫວ່າງເມືອງ ຫາ ບ້ານ ເພາະວ່າໃນຊ່ວງລະດູຝົນ ມີເສັ້ນທາງຫາບ້ານຢູ່ເຂດຫ່າງໄກແມ່ນບໍ່ສາມາດໄປມາໄດ້, ສະເໜີງົບປະມານເພື່ອປັບປຸງຜັງເມືອງໃໝ່ບ້ານນໍ້າອ້ອນໃຫ້ສໍາເລັດຕາມແຜນການຂອງເມືອງ ແລະ ຕ່າງໜ້າອົງການປົກຄອງບ້ານນ້ຳອ້ອນ ສະເໜີຂໍສາຍໄຟຟ້າ ເພື່ອຂະຫຍາຍ ແລະ ປັບປຸງໂທງລະໂຄ່ງຂອງບ້ານ ພ້ອມທັງສະເໜີໃຫ້ມີການຈັດສັນບ່ອນຢູ່ໃຫ້ປະຊາຊົນກຸ່ມໂຮງຮຽນບ້ານນ້ຳອ້ອນ.

ຈາກນັ້ນ ທັງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ກໍ່ຍັງໄດ້ນຳເອົາເຄື່ອງຈຳນວນໜຶ່ງມອບໃຫ້ເມືອງ, ກອງຮ້ອຍທະຫານຊາຍແດນ ຄໍ 252, ປື້ມແບບຮຽນມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍເຄື່ອງຕ້ານໄພໜາວ ມອບໃຫ້ຄອບຄົວທີ່ຍັງທຸກຍາກ, ຂາດເຂີນ ແລະ ອານາຖາ.

ໃນພິທີດັ່ງກ່າວ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ໂຄສະນາ, ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະ ຊາຊົນແຂວງບໍລິຄຳໄຊ ຊຸດທີ II, ຈາກຄຳສະເໜີຜ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ກໍ່ໄດ້ອະທິບາຍ, ຊີ້ແຈງກັບທີແລ້ວ ແລະ ຈະນໍາເອົາຄໍາສະເໜີ ຂອງເມືອງ, ບ້ານ ໄປສະເໜີຕໍ່ ແຂວງລົງຕິດຕາມຊຸກຍູ້ ແລະ ປະສານສົມທົບກັບ ເມືອງ ເພື່ອຄົ້ນຄ້ວາພິຈາລະນາແກ້ໄຂ ແລະ ແຈ້ງຜົນຂອງການແກ້ໄຂນັ້ນໃຫ້ປະຊາຊົນຮັບຊາບໂດຍໄວ ທັງນີ້ກໍ່ເພື່ອບໍ່ໃຫ້ມີການຄອງຄອຍ ແລະ ລໍຖ້າຄໍາຕອບ, ຊອກຫາສາເຫດ ແລະ ວິທີທາງແກ້ໄຂເພື່ອພັດທະນາ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ນັບມື້ນັບມີຊີວິດຄອບຄົວທີ່ດີຂື້ນໄປເລື້ອຍໆ.

 

 

About admin11