ມອບ – ຮັບ ການແບ່ງຄວາມຮັບຜິດຊອບໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ

ພິທີມອບ-ຮັບ ການແບ່ງຄວາມຮັບຜິດຊອບໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ລະຫວ່າງພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2022 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ພະແນກ ອຄ ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ຕາມບົດບັນທຶກການມອບຮັບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສະບັບລົງວັນທີ 11 ພະຈິກ 2021 ແລະແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າສະບັບເລກທີ 0002/ອຄ.ກອຫ ລົງວັນທີ 04 ມັງກອນ 2022.

ພະແນການອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ຈື່ງໄດ້ກະກຽມໃນການແບ່ງຄວາມຮັບຜິດຊອບຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ຄື: ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ຮັບຜິດຊອບໃນການຄຸ້ມຄອງພັດທະນາ ແລະ ສົ່ງເສີມ ໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ຊື່ງມີ 11 ປະເພດກິດຈະການ ລວມມີ 1.516 ໂຮງງານ ທີ່ແບ່ງຄວາມຮັບຜິດຊອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ມີດັ່ງນີ້:ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊີນ, ຢາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງ ຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກຳ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກຳ.

ຈາກນັ້ນ ໄດ້ມີການເຊັນບົດບັນທຶກມອບ – ຮັບວຽກງານດັ່ງກ່າວ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊັນໂດຍທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຄ ແຂວງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ເຊັນໂດຍທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍຊ້ອງໜ້າຂອງທ່ານຮອງເຈົ້າແຂວງ, ພະແນກການອ້ອມຂ້າງ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

About admins16