ຄະນະສະມາຊິກສະພາປະຊາຊົນແຂວງບໍລິຄໍາໄຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນສູງ

ຕອນເຊົ້າຂອງໃນວັນທີ 2 ພຶດສະພາ 2023 ກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດ ຂັ້ນວິຊາການ ກ່ຽວກັບການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ທີ່ຫ້ອງປະຊຸມສະພາແຫ່ງຊາດ, ກອງປະຊຸມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານປະທານ, ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ປະທານ, ຮອງປະທານ ສະພາປະຊາຊົນແຂວງຈາກ 18 ເຂດ ທົ່ວປະເທດເຂົ້າຮ່ວມ. ສໍາລັບແຂວງບໍລິຄໍາໄຊໂດຍການເຂົ້າຮ່ວມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 11 ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ຢູ່ຫ້ອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ.

ເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນ ກໍ່ຄືການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຕາມທິດທີ່ມີຄຸນນະພາບ, ໝັ້ນທ້ຽງ ແລະ ຍືນຍົງ, ເຊິ່ງເປັນເປົ້າໝາຍ ທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທີ່ໄດ້ກຳນົດໃນແຜນ 5 ປີ ຄັ້ງທີ IX (2021-2025). ເພື່ອປັບປຸງວຽກງານການຈັດສັນງົບປະມານ ການລົງທຶນຂອງລັດໃຫ້ສອດຄ່ອງຕາມລັດຖະທຳມະນູນ, ກົດໝາຍ ໃຫ້ມີຜົນສັກສິດ ແລະ ມີປະສິດທິພາບ ທັນເວລາພິຈາລະນາຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ແລະຈັດຕັ້ງປະຕິບັດຕາມແຜນງົບປະມານປະຈຳປີໃຫ້ມີຜົນສັກສິດຕາມທີ່ໄດ້ກຳນົດໃນກົດໝາຍ ໂດຍສະເພາະ ການຈັດສັນງົບປະມານຕົວຈິງຮັບປະກັນຄວາມຍຸຕິທຳ, ມີຈຸດສຸມ, ເປັນບູລິມະສິດ, ມີການກະຈາຍ ແລະ ການດຸ່ນດ່ຽງການລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງເຂດ ແຄວ້ນ ໃຫ້ສົມເຫດສົມຜົນ, ປັບປຸງຫຼັກການ ແລະ ກົນໄກການຈັດສັນງົບປະມານໃຫ້ຈະແຈ້ງ, ນຳໃຊ້ເຕັກນິກການຈັດສັນງົບປະມານໃຫ້ມີຄວາມທັນສະໄໝຫຼາຍຂຶ້ນ ແລະ ການສ້າງແຜນການລົງທຶນຂອງລັດໃນຕໍ່ໜ້າ ສອດຄ່ອງຕາມຄວາມສາມາດສະໜອງແຫຼ່ງທຶນຕົວຈິງ. ເຊິ່ງກອງປະຊຸມຈະໄດ້ຍົກໃຫ້ເຫັນບັນຫາທີ່ຕັ້ງຂຶ້ນທາງດ້ານນິຕຳກຳ, ຫຼັກການ, ກົນໄກປະສານສົມທົບກ່ຽວກັບການຈັດສັນງົບປະມານ ແລະການພິຈາລະນາຮັບຮອງງົບປະມານ ແລະດ້ານເຕັກນິກວິຊາການ, ໃນການສະເໜີວິທີແກ້ໄຂແຕ່ລະບັນຫາໃຫ້ຈະແຈ້ງ, ຊັດເຈນ ເພື່ອຫັນໃຫ້ເປັນ ນິຕິກຳຢ່າງເປັນລະບົບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຕົວຈິງ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າວິທະຍາສາດກ່ຽວກັບການເພີ່ມທະວີການຄຸ້ມຄອງ ການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະປະສິດທິຜົນ, ພ້ອມທັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ, ສົນທະນາແລກປ່ຽນ ແລະ ຖອດຖອນເປັນບົດຮຽນ ກ່ຽວກັບບັນດາ ເນື້ອໃນທີ່ໄດ້ສະເໜີ ເພື່ອສະເໜີຂັ້ນເທິງພິຈາລະນາ ແລະ ດຳເນີນການໃນຂັ້ນຕໍ່ໄປ ຕາມຄວາມເໝາະສົມຮັບໃຊ້ກະກຽມໃນ ການສ້າງແຜນການລົງທຶນຂອງລັດ ປະຈຳປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

About admins16