ຂະແໜງສາມັນສຶກສາສ້າງຄວາມເຂັ້ມແຂງດ້ານຖານຂໍ້ມູນນັກຮຽນປະຖົມແລະມັດທະຍົມປະຈໍາປີ2023

ພິທີຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານຖານຂໍ້ມູນນັກຮຽນປະຖົມ ແລະ ມັດທະຍົມປະຈໍາປີ 2023 ໄດ້ຈັດຂື້ນໃນລະຫວ່າງວັນທີ 2-3 ພຶດສະພາ 2023 ທີ່ຫ້ອງປະຊຸມສູນພັດທະນາຄູແຂວງ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະທານ ຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງນວິຊາການຂະແໜງສາມັນສຶກສາ, ໜ່ວຍງານພາກບັງຄັບ 7 ຕົວເມືອງ ແລະ ໂຮງຮຽນທີ່ຂື້ນກັບເຂົ້າຮ່ວມ.

ຜູ້ເຂົ້າຮ່ວມໃນຄັ້ງນີ້ ຈະໄດ້ພ້ອມກັນຮຽນຮູ້ວິທີການປ້ອນຖານຂໍ້ມູນນັກຮຽນຊັ້ນປະຖົມ ແລະ ມັດທະຍົມໃນສົກຮຽນ 2022-2023, ຜູ້ຮັບຜິດຊອບທະບຽນນັກຮຽນຈົບຊັ້ນ ປ5, ມ4 ແລະ ມ7 ຂອງ 7 ຕົວເມືອງຈະໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດວຽກງານກ່ຽວກັບທະບຽນ ນັ້ນກໍ່ເພື່ອຄວາມເປັນເອກະພາບກັນໃນການເຮັດທະບຽນຂອງເມືອງ, ຂອງແຂວງກໍ່ຄືການເອກະພາບກັນທົ່ວປະເທດ.

ທ່ານ ສີທາ ແກ້ວດາລາວົງ ຍັງໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມພ້ອມກັນເອົາໃຈໃສ່ຕັ້ງໜ້າໃນການສ້າງຖານຂໍ້ມູນເກັບກໍາສະຖິຕິແຕ່ລະຊັ້ນຮຽນຂອງເມືອງຕົນ,ນໍາໃຊ້ໂປແກມທີ່ສ້າງຂື້ນມາ ແລະ ລາຍງານໃຫ້ພະແນກສຶກສາທິການ ແລະ ກິລາແຂວງເປັນປະຈໍາ, ພ້ອມນັ້ນ ໃນການສ້າງທະບຽນນັກຮຽນຈົບຊັ້ນ ປ5, ມ4 ແລະ ມ7 ຕ້ອງໃຫ້ຖືກຕ້ອງ, ຊັດເຈນ ແລະ ກົງກັບຂໍ້ມູນທີ່ຢູ່ໃນປື້ມສໍາມະໂນຄົວອີກດ້ວຍ.

About admins16