ຄະນະພັກຮາກຖານ ພະລັງງານ ແລະ ບໍ່ແຮ່ ແຂວງ ດໍາເນີນການກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະນະພັກຮາກຖານພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2022 ຢູ່ສະໂມສອນແຂວງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະພັກຮາກຖານ ແລະ ສະມາຊິກພັກ ພາຍໃນຮາກຖານເຂົ້າຮ່ວມ.

ໃນພິທີໄດ້ເຊື່ອມຊຶມເອກະສານ ຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຈຸດປະສົງຂອງເອກະສານດັ່ງກ່າວ ກໍ່ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕ້ອງສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມນັ້ນ ຍັງໄດ້ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ, ບັນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນຈຶ່ງສໍາເລັດ, ເຊິ່ງຈະໄດ້ມີການຜ່ານບົດສະຫຼຸບ ແລະ ທິດທາງແຜນການປີ, ປະກອບຄຳເຫັນໃສ່ບົດສະຫຼຸບ, ທິດທາງແຜນການ, ທາບທາມຄຳເຫັນສົ່ງຂ່າວ, ຜ່ານບົດສຳຫຼວດຂອງບຸກຄົນສະມາຊິກພັກ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ແລະ ອື່ນໆ.

About admins14