ບໍລິຄຳໄຊ – ເຫງະອານ ພົບປະແລກປ່ຽນບົດຮຽນ ໂຄງການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ

ກອງປະຊຸມພົບປະແລກປ່ຽນຮຽນ ລະຫວ່າງ ຂະແໜງປ່າໄມ້ແຂວງບໍລິຄຳໄຊ ສປປ ລາວ ກັບ ຄະນະຜູ້ແທນສວນອຸທິຍານແຫ່ງຊາດພູມັດ ແຂວງເຫງະອານ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ທັນວາ 2022 ຢູ່ຫ້ອງປະຊຸມຂະແໜງປ່າໄມ້ແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊ ນຳໂດຍທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍຄະນະ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍທ່ານ ລີວຈຸງກຽນ ຮອງຫົວໜ້າອຸທິຍານແຫ່ງຊາດພູມັດ ແຂວງເຫງະອານ ພ້ອມດ້ວຍຄະນະ.

ກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ ນ້ຳຈວນ – ນ້ຳຊັ່ງ ເຊິ່ງເຂດດັ່ງກ່າວ ມີເນື້ອທີ່ທັງໝົດ 80.473,77 ຮຕ ( ຄຸ້ມຄອງນຳໃຊ້ 30.715,55 ຮຕ ຫ້າມຂາດ 49.758,22 ຮຕ). ກວມ 2 ເມືອງ (ເມືອງວຽງທອງ ແລະ ເມືອງໄຊຈຳພອນ ) ໄລຍະ 27 ປີ ແຕ່ປີ 2019 – 2046, ບ້ານເປົ້າໝາຍໂຄງການແມ່ນ ເມືອງລະ 3 ບ້ານ, ໂດຍມີເປົ້າໝາຍໃນການປົກປັກຮັກສາ ແລະ ເພີ່ມຄວາມອຸດົມສົມບູນຂອງຊີວະນາໆພັນ ເພື່ອບັນລຸນະໂຍບາຍບໍ່ໃຫ້ມີການສູນເສຍດ້ານຊີວະນາໆພັນ ຈາກການສ້າງເຂື່ອນ, ອຳນວຍຄວາມສະດວກການປະສານງານ ລະຫວ່າງ ຄູ່ຮ່ວມມືຕ່າງໆກັບຊຸມຊົນທ້ອງຖິ່ນ ໃຫ້ສາມາດເຮັດວຽກຮ່ວມກັນໄດ້ ໃນຂະນະດຽວກັນນັ້ນ ກໍ່ດຳເນີນກິດຈະກຳ ເພື່ອຫຼຸດຜ່ອນໄພ ຂົ່ມຂູ່ຕໍ່ຊີວະນາໆພັນ.

ໄລຍະແຕ່ປີ 2019 ໄດ້ກວດກາລາດຕະເວນ 196 ຄັ້ງ ເປັນເວລາ 1.934 ມື້ ພົບເຫັນການລ່າສັດ 219 ຄັ້ງ, ການຫາປາ 191 ຄັ້ງ, ຕັດໄມ້ 28 ຄັ້ງ, ການເກັບເຄື່ອງຂອງດົງ 8 ຄັ້ງ, ການລ້ຽງສັດໃຫຍ່ 18, ການຂະຫຍາຍພື້ນທີ່ກະສິກຳ 8, ພົບເຫັນໄຟໄໝ້ 1 ຄັ້ງ, ນອກນັ້ນ ຍັງພົບເຫັນການໃສ່ແຮ້ວຕ່າງໆ 54 ຈຸດ ແລະ ແຄ້ມ 259 ຫຼັງ ທາງເຈົ້າໜ້າທີ່ໄດ້ທຳລາຍຖິ້ມໝົດແລ້ວ, ຍັງພົບເຫັນສັດປ່າ 2.938 ຄັ້ງ ຈຳນວນ 5.801 ໂຕ 42 ຊະນິດ ໃນນັ້ນ ສັດລ້ຽງລູກດ້ວຍນົມ 20 ຊະນິດ, ສັດເລືອຄານ 7 ແລະ ສັດປີກ 15 ຊະນິດ.

ຈາກນັ້ນ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນຮ່ວມກັນຂອງສອງເຂດດັ່ງກ່າວ ເປັນຕົ້ນແມ່ນການວາງແຜນກຳນົດພື້ນທີ່, ການປະຕິບັດລະບຽບກົດໝາຍຕໍ່ຜູ້ກະທຳຜິດ, ການໂຄສະນາປູກຈິດສຳນຶກ, ການພັດທະນາຊີວິດການເປັນຢູ່ທີ່ຕິດພັນກັບການອະນຸລັກ, ການພົວພັນ, ການປະສານງານ ແລະ ການກວດກາຕິດຕາມ.

ໃນຕອນບ່າຍຂອງວັນດຽວກັນ ທັງສອງຄະນະ ໄດ້ເດີນທາງໄປທັດສະນະຢູ່ຕາດຊາຍ ເມືອງທ່າພະບາດ ທີ່ນອນຢູ່ໃນສວນອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ກຸ່ມຫັດຖະກຳຈັກສານຂອງປະຊາຊົນບ້ານຫາດໄຄ້.

ພ້ອມນີ້ ຄະນະຂະແໜງປ່າໄມ້ແຂວງບໍລິຄຳໄຊ ຍັງໄດ້ຈັດພິທີບາສີສູ່ຂວັນໃຫ້ທາງຄະນະຜູ້ແທນສວນອຸທິຍານແຫ່ງຊາດພູມັດ ແຂວງເຫງະອານ ສສ ຫວຽດນາມ ຕາມຮີດຄອງປະເພນີຂອງລາວ.

About admins16