ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະຫຼຸບວຽກງານປະຈຳໄຕມາດ 2

ກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ II ( 4, 5, 6 ) ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກຮາກຖານ ແລະ ສະມາຊິກພັກ ພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບການນຳພາ – ຊີ້ນຳ ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ ເຫັນວ່າມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ດ້ວຍປະສິດທິຜົນສູງ, ໄດ້ຊີ້ນຳ – ນຳພາຕາມ 5 ເນື້ອໃນ ໂດຍສະເພາະດ້ານການເມືອງ ໄດ້ເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ຢ່າງເປັນປົກກະຕິຕໍ່ເນື່ອງ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທົ່ວຮາກຖານ, ນຳພາ ແລະ ກວດກາປະເມີນຜົນໃນແຕ່ລະໄລຍະ, ປະຕິບັດຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກເຂົ້າສູ່ຊີວິດຕົວຈິງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເສີມຂະຫຍາຍແບບແຜນວິທີນຳພາທີ່ດີ, ແທດເຖິງຕົວຈິງ, ເດັດແກ້ໄຂບັນຫາທີ່ຄົງຄ້າງ ແລະ ສຸມໃສ່ປັບປຸງແກ້ໄຂໃຫ້ຖືກທິດຖືກຈຸດ ແລະ ນຳພາປະຕິບັດໜ້າທີ່ການເມືອງ ຈັດຕັ້ງປະຕິບັດບັນດາວຽກງານໃຫ້ສຳເລັດ ແລະ ໄດ້ຮັບໝາຍຜົນສູງສຸດ.

ໄດ້ສຳເລັດການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນຕົ້ນປີ 2022, ເຊິ່ງເຫັນວ່າ 5 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ ສະມາຊິກພັກ ທັງໝົດສາມາດບັນລຸໄດ້ 9 ຄະແນນຂຶ້ນໄປ, ຈັດເປັນປະເພດແຂງກວມເອົາ 100%. ພ້ອມກັນນັ້ນ ຍັງໄດ້ຮັບຟັງການລາຍງານວຽກງານປັບປຸງ-ຂະຫຍາຍພັກ, ວຽກງານອົງການຈັດຕັ້ງມະຫາຊົນ, ລາຍງານເງິນສະຕິພັກ ແລະ ດຳເນີນຊີວິດການເມືອງຕໍານິຕິຊົມ, ກໍ່ສ້າງຊ່ວຍເຫຼືອພາຍໃນຄະນັກພັກຮາກຖານ.

ຫຼັງຈາກນັ້ນ ກໍ່ໄດ້ມີການສະເໜີຄໍາຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນຍົກສູງການສົ່ງຂ່າວ, ກໍ່ສ້າງເຊີ່ງກັນ ແລະ ກັນ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເພີ່ມຄຸນນະພາບໃນຂະຫຍາຍສະມາຊິກພັກ, ເສີມຂະຫຍາຍແບແຜນວິນຳພາ ແລະ ວຽກງານອື່ນໆ ນີ້ກໍ່ເພື່ອເຮັດໃຫ້ບາງວຽກງານທີ່ຍັງຄົງຄ້າງ ໄດ້ຮັບການປັບປຸງ, ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນ, ເຮັດໃຫ້ທົວຮາກຖານພັກພະແນກ ຖວທ ແຂວງ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

About admins14