ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ 6 ເດືອນຕົ້ນປີ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2022 ເປັນປະທານຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ ມີຄະນະພະແນກ, ຂະແໜງການ, ກອງວິຊາການ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການສະຫຼຸບວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະຜ່ານມາ ເຫັນວ່າມີຫຼາຍວຽກງານຖືກຈັດຕັ້ງປະຕິບັດ ແລະ ເຮັດສຳເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນທົ່ວແຂວງມີລະບົບໂທລະໂຄ່ງທັງໝົດ 271 ບ້ານ ເທົ່າກັບ 95,42 %, ສາມາດຕັດຕໍ່ຂ່າວ ອອກໂທລະພາບແຂວງໄດ້ 1.192 ຂ່າວ, ອ່ານຂ່າວອອກວິທະຍຸໄດ້ 1.290 ຂ່າວ, ລົງຂ່າວອອກທາງເຟດບຸກ ແລະ ຢູທູບ ໄດ້ 695 ຂ່າວ, ຍອດຜູ້ຕິດຕາມເພດເຟດບຸກຂອງສະຖານີວິທະຍຸ-ໂທລະພາແຂວງ 344.928 ຄົນ, ອັດລາຍການບໍລິຄໍາໄຊພັດທະນາໄດ້ 24 ຄັ້ງ, ລາຍງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດ 239 ຂ່າວ, ສົ່ງຂ່າວໃຫ້ໂທລະພາບແຫ່ງຊາດ 761 ຂ່າວ ແລະ ໃຫ້ລາວສະຕາ 190 ຂ່າວ.

ວຽກງານເວບໄຊ ແລະ ສໍາເນົາຟີ່ມ ສາມາດອັບໂຫຼດຂ່າວປະຈໍາວັນໄດ້ 547 ຂ່າວ ແລະ ບົດຕ່າງໆ ໄດ້ 48 ບົດ, ຜະລິດ ແລະ ແຈກຢາຍໜັງສືພີມໄດ້ 7.125 ສະບັບ, ສົ່ງຂ່າວໃຫ້ໜັງສືພີມສູນກາງໄດ້ 330 ຂ່າວ, ສ້າງຄອບຄົວວັດທະນະທຳໄດ້ 119 ຄອບຄົວ ແລະ ບ້ານວັດທະນະທຳໄດ້ 3 ບ້ານ, ຜ່ານມາມີນັກທ່ອງທ່ຽວພາຍໃນ ແລະ ພາຍນອກເຂົ້າແຂວງ ລວມມີ 34.727 ເທື່ອຄົນ.

ຫຼັງຈາກນັ້ນບັນດາຂະແໜງທີ່ກ່ຽວຂ້ອງ ກໍ່ໄດ້ມີຄຳສະເໜີ ແລະ ປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນວຽກງານຂໍ້ມູນຂ່າວສານ, ວຽກງານວັດທະນະທຳ, ວຽກງານທ່ອງທ່ຽວ ແລະ ອື່ນໆ ເພື່ອຍົກໃຫ້ເຫັນດ້ານດີ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ຍັງໄດ້ມີພິທີປະກາດການສັບຊ້ອນບ່ອນປະຈໍາການຂອງພະນັກງານ-ລັດຖະກອນ ພາຍໃນພະແນກ ແລະ ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ເລກທີ 364/ຂບຊ, ລົງວັນທີ 27 ມິຖຸນາ 2022 ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ບົວຄໍາ ນາມສີບຸນເຮືອງ ຮອງຫົວໜ້າຂະແໜງວັດທະນະທໍາ ພະແນກ ຖວທ ແຂວງ ອອກພັກການ-ຮັບອຸດໜູນບໍານານ ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

About admins14