ຄະນະຜູ້ສະໝັກ ສສຊ ຊຸດທີ IX ລົງຫາສຽງຢູ່ກອງບັນຊາການ ປກສ ແຂວງ.

 

ຕອນບ່າຍວັນທີ 09 ກຸມພາ 2021 ນີ້ ຄະນະຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ໄດ້ລົງພົບປະໂຄສະນາຫາສຽງຢູ່ໜ່ວຍປ່ອນບັດເລືອກຕັ້ງກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະກອງບັນຊາການ, ພະນັກງານນໍາພາ-ບັນຊາຂັ້ນຫ້ອງ, ກອງ, ຄ້າຍຄຸມຂັງ, ໂຮງຮຽນ, ຕະຫຼອດຮອດພະນັກ-ນັກຮົບທົ່ວກອງບັນຊາການເຂົ້າຮ່ວມ.

ການລົງມາພົບປະກຳລັງ ປກສ ໃນຄັ້ງນີ້ ບັນດາຜູ້ແທນທີລົງສະໝັກເລືອກຕັ້ງ ແຕ່ລະທ່ານກໍ່ໄດ້ສະເໜີຜ່ານປະຫວັດ ແລະ ຜົນງານການເຄື່ອນໄຫວວຽກງານດ້ານຕ່າງໆຂອງຕົນໃນໄລຍະຜ່ານມາ, ຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດຈົ່ງພ້ອມກັນໄປໃຊ້ສິດຂອງຕົນຢ່າງເຕັມສ່ວນ ແລະ ໃຫ້ຄໍາໝັ້ນສັນຍາຕໍ່ບັນດາຜູ້ທີມີສິດປ່ອນບັດທົ່ວກໍາລັງປ້ອງກັນຄວາມສະຫງົບ ວ່າຈະຢຶດໝັ້ນໃນອຸດົມການຂອງພັກ-ລັດ, ສັດຊື່ບໍລິສຸດ ແລະ ຈະສຸມທຸກສະຕິປັນຍາຂອງພວກຕົນຢ່າງສຸດຄວາມສາມາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ.

About admin11