ປະກາດແຕ່ງຕັ້ງຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2021 ຢູ່ຫ້ອງຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 36/ຂບຊ ລົງວັນທີ 19 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ນິດດາພອນ ໄຊຍະພອນ ເປັນຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 78/ຂບຊ ລົງວັນທີ 29 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ລຳໄພ ພັນປະດິດ ເປັນຫົວໜ້າຂະແໜງແຜນການ ພະແນກແຜນການ ແລະ ການລົງທຶນແຂວງ.

ໂອກາດນີ້ ທ່ານປະທານຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານທີ່ສຳຄັນ ໂດຍສະເພາະການສຶກສາອົບຮົມ, ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານຂັ້ນຂອງຕົນ ໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ຕ້ອງກຳແໜ້ນສິດ, ໜ້າທີ່, ພາລະບົດບາດ, ກົດໝາຍ ແລະ ລະບຽບການຂອງພັກ-ລັດ, ຕ້ອງມີແບບແຜນວິທີນຳພາທີ່ມີວິທະຍາສາດ, ແທດຕົວຈິງ ແລະ ມີຄວາມໂປ່ງໃສ, ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມທັງສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງອອກແຕ່ລະໄລຍະ.

About admins16