ຄະນະບໍລິຫານງານຊາວໜຸ່ມແຂວງ ປະເມີນຜົນການປະຕິບັດວຽກງານ ປີ 2020

ເພື່ອເປັນການກວດກາຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນໃນໄລຍະ 1 ປີຜ່ານມາ ໃນວັນທີ 3 ທັນວາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ຂອງຕົນຂຶ້ນ ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ, ເປັນປະທານໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມດໍາລັດເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ, ຄໍາແນະນໍາຂອງກະຊວງພາຍໃນ ເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018 ກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ.

ກອງປະຊຸມປະເມີນຜົນຄັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນຈຶ່ງສໍາເລັດ ໂດຍຈະໄດ້ມີການແບ່ງຈຸແບ່ງໜ່ວຍ ໃຫ້ພະນັກງານແຕ່ລະສະຫາຍຂຽນ ແລະ ຜ່ານໃບປະເມີນຜົນການປະຕິບັດວຽກງານໄລຍະ 1 ປີ ຜ່ານມາ ພ້ອມທັງໃຫ້ໝູ່ຄະນະໄດ້ປະກອບຄໍາເຫັນ ເພື່ອເສີມຂະຫຍາຍດ້ານດີ ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແນໃສ່ນຳໄປປັບປຸງແກ້ໄຂ ແລະ ພັດທະນາບັນດາວຽກງານໃຫ້ດີຂຶ້ນ.

About admins14