ກອງທຶນ 1 ດວງໃຈ ເດີນໜ້າຊ່ວຍພັດທະນາວຽກງານສຶກສາ ມູນຄ່າ 160 ລ້ານກ່ວາກີບ

ໃນວັນທີ 27 ພະຈິກ 2020 ຢູ່ບ້ານເວີນທາດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໂຮງຮຽນອະນຸບານຫລັງໃໝ່ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ແອັງ ໄຊສົງຄາມ ປະທານ ກອງທຶນ ໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫລືອສັງຄົມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ມີສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ການນຳເມືອງທ່າພະບາດ, ເຈົ້າຂອງໂຄງການແຊມາອຶລ໌ອູນດົງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫລຸບໂດຍຫຍໍ້ ກ່ຽວກັບການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຫຼັງເກົ່າ ທີ່ມີໜ້າວຽກຫຼັກ ຄື: ສ້ອມເຮັດໂຄງຫຼັງຄາ, ປູກາໂລ, ເຮັດເພດານ, ທາສີ ແລະ ແປງຫ້ອງນໍ້າ, ພ້ອມກັນນັ້ນ ຍັງໄດ້ກໍ່ສ້າງໃໝ່ຕື່ມອີກ 2 ຫ້ອງຮຽນ ແລະ 2 ຫ້ອງນໍ້າ, ໃຊ້ເວລາກໍ່ສ້າງ 3 ເດືອນ ຈຶ່ງສໍາເລັດ, ລວມມູນຄ່າການກໍ່ສ້າງ ແລະ ສ້ອມແປງເປັນເງິນທັງໝົດ 217.115.000 ກີບ ໃນນັ້ນ ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ປະກອບສ່ວນຊ່ວຍເຫຼືອ 160.715.000 ກີບ, ທຶນສົມທົບຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ໂຄງການແຊມາອຶລ໌ອູນດົງ ປະເທດເກົາຫຼີ.

ໃນພິທີ ທ່ານ ນາງ ແອັງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ກໍ່ໄດ້ຂຶ້ນມອບໂຮງຮຽນຫຼັງດັ່ງກ່າວໃຫ້ອໍານາດການປົກຄອງບ້ານ ໂດຍຊ້ອງໜ້າອົງການຈັດຕັ້ງຂັ້ນແຂວງ, ເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວຫນຸ່ມແຂວງບໍລິຄໍາໄຊ ກໍ່ໄດ້ມອບອຸປະກອນການຮຽນ ມູນຄ່າ 1.300.000 ກີບ ໃຫ້ແກ່ໂຮງຮຽນແຫ່ງນີ້ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ.

About admins14