ຄະນະບໍລິຫານງານຊາວໜຸ່ມແຂວງ ຮ່ວມກັບ ການນໍາເມືອງທ່າພະບາດ ສົມທົບທຶນປຸກສ້າງເຮືອນໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ

 
ເພື່ອເປັນການແບ່ງເບົາບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກ ທີ່ຍັງບໍ່ທັນພົ້ນທຸກ ໄດ້ມີຊີວິດດີຂຶ້ນກ່ວາເກົ່າ ໃນວັນທີ 18 ພະຈິກ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ 7 ຕົວເມືອງ, ຮາກຖານ, ໜ່ວຍຮາກຖານອ້ອມຂ້າງແຂວງ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ ຂອງເມືອງ ແລະ ກອງກໍາລັງແຮກສ່ຽວ ໄດ້ມອບເງິນສົມທົບທືນປຸກສ້າງເຮືອນ ໃຫ້ຄອບຄົວທຸກຍາກ ນາງ ຄໍາ ຈັນທະວົງສາ ບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ລວມມູນຄ່າ 11.950.000 ກີບ

        ຈໍານວນເງິນດັ່ງກ່າວ ແມ່ນໄດ້ລະດົມທຶນຈາກນັກທຸລະກິດໜຸ່ມ, ບັນດາຫ້າງຮ້ານ ແລະ ພະແນກການ.

       ໂອກາດດັ່ງກ່າວ ກໍ່ໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານຊ່ວຍເຫຼືອຄອບຄົວທີ່ຍັງບໍ່ທັນພົ້ນທຸກ. ໃນມື້ດຽວກັນ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພະນັກງານ ເມືອງທ່າພະບາດ ພ້ອມດ້ວຍຄະນະໄດ້ນໍາເອົາເຄື່ອງອຸປະກອນຈໍານວນໜຶ່ງມາມອບເພື່ອປຸກສ້າງເຮືອນໃຫ້ຄອບຄົວ ພໍ່ຕູ້ ຕຸ້ຍ ບ້ານປ່າໄລ່ ເມືອງທ່າພະບາດ ລວມມູນຄ່າ 8.000.000 ກີບ ພ້ອມທັງແຮງງານຊ່ວຍປຸກເຮືອນ ແລະ ເມືອງ ຊ່ວຍເປັນເງິນ 3.000.000 ກວ່າກີບ, ນອກນີ້ ແມ່ນໄດ້ລະດົມທຶນຈາກບັນດານັກທຸລະກິດ ແລະ ບັນດາຫ້າງຮ້ານ.

About admin11