ປກສ ເມືອງວຽງທອງ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ


ຕອນບ່າຍວັນທີ 19 ພະຈິກ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທົ່ວຄະນະພັກຮາກຖານກອງບັນຊາການ ປກສ ເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ຈອນ ອຸດລາຍັນ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ປກສ ເມືອງ, ມີຄະນະພັກ, ຄະນະກອງບັນຊາການ, ເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.


ສະຫາຍ ພັທ ຈອນ ອຸດລາຍັນ ໄດ້ເຊື່ອມຊືມເອກະສານ ຄໍາສັ່ງຂອງກົມການເມືອງສູນກາງພັກ, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມນີ້ ໄດ້ມີການແນະນໍາວິທີການດໍາເນີນທາບທາມຄໍາເຫັນສົ່ງຂ່າວ, ຕີລາຄາຄຸນນະພາບ, ແບ່ງປະເພດໜ່ວຍພັກ, ສະມາຊິກພັກ ແລະ ສັງລວມຄໍາສົ່ງຂ່າວ, ພ້ອມທັງຂຽນໃບສໍາຫຼວດ.

    ຈຸດປະສົງ ກໍ່ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ, ເດັດດ່ຽວປັບປຸງແກ້ໄຂຈຸດອອ່ນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກ, ແນໃສ່ເຊີດຊູບົດບາດຄວາມສາມາດນໍາພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ການຈັດຕັ້ງປະຕິບັດ ມີຄວາມສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ.

About admin11