ຄະນະນຳ ແຂວງ ບໍລິຄໍາໄຊ ເຂົ້າຈູດທູບໄຫວ້ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຄົ້ນພົບໃໝ່

ໃນວັນທີ 31 ຕຸລາ 2022 ທ່ານ ວັນວິໄລ ແດນພູຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ພ້ອມດ້ວຍຫົວໜ້າຄະນະປະຕິບັດງານພິເສດ ແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມໄຫວ້ອາໄລ ອັດຖິທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

      ຄະນະປະຕິບັດງານພິເສດທັງສອງຝ່າຍ ສາມາດຂຸດຄົ້ນໄດ້ ຈໍານວນ 4 ອັດຖິ ຢູ່ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໃນໄລຍະລະດູແລ້ງ ປີ 2022.

        ຄະນະນຳແຂວງບໍລິຄຳໄຊ ເຂົ້າຮ່ວມພິທີຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຄຸນງາມຄວາມດີ ຕໍ່ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ໄດ້ກັບຄືນປະເທດຢ່າງສົມກຽດ.

 

About admins14