ບໍລິຄຳໄຊ ຍົກລະດັບການນຳໃຊ້ປຶ້ມຄູ່ມືຄູ ມ.1, ມ.2 ແລະ ມ.5 ໃຫ້ຄູຝຶກຂັ້ນແຂວງ

ໃນວັນທີ 1 ພະຈິກ 2022 ຢູ່ຫ້ອງປະຊຸມສູນພັດທະນາຄູເມືອງປາກຊັນ ແຂວງບໍລິຄໍາໄຊ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມ ຄູຝຶກຂັ້ນແຂວງ ກ່ຽວກັບການນໍາໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.1, ມ.2 ແລະ ມ.5 ສໍາລັບ 6 ວິຊາ ຄື: ວິຊາພາສາລາວ, ຄະນິດສາດ, ເຄມີສາດ, ຊີວະສາດ, ຟີຊິກສາດ ແລະ ວິຊາພາສາອັງກິດ ຕາມ 15 ໂມດຸນ ໂດຍການເປັນປະທານ ຂອງທ່ານ ຮສ ນ. ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ ແລະ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທີມງານຄູຝຶກຈາກວິທະຍາໄລຄູດົງຄໍາຊ້າງ, ຄູຝຶກຂັ້ນແຂວງ, ຫ້ອງການ EESDP ຜູ້ໃຫ້ທຶນ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ຄູຝຶກຂັ້ນແຂວງທີ່ມາຈາກ 7 ຕົວເມືອງ ເຂົ້າຮ່ວມ.

ຈຸດປະສົງ ການຝຶກອົບຮົມຄັ້ງນີ້ ແມ່ນໜື່ງໃນເງື່ອນໄຂບັນລຸການຈັດຕັ້ງປະຕິບັດ 15 ຄາດໝາຍສູ້ຊົນຂອງກະຊວງ ແລະ 8 ຄາດໝາຍຂອງແຂວງ ຄື: ປັບປຸງລະບົບການສຶກສາໃຫ້ມີຄຸນນະພາບ ໂດຍເອົານັກຮຽນເປັນໃຈກາງ, ຊຸດອົບຮົມນີ້ ຈະດໍາເນີນໄປຮອດວັນທີ 5 ພະຈິກ 2022 ຈຶ່ງຈະສຳເລັດ.

About admins16