ຄະນະນັກສຶກສາ ລະບົບປະລິນຍາໂທ ຮຸ່ນ XVI ສາຂາກໍ່ສ້າງພັກ ທັດສະນະສຶກສາຢູ່ໂຮງຮຽນການເມືອງ – ການປົກຄອງ ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ຄະນະນັກສຶກສາ ລະບົບປະລິນຍາໂທ ຮຸ່ນ XVI ສາຂາກໍ່ສ້າງພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງມາທັດສະນະສຶກສາຢູ່ໂຮງຮຽນການເມືອງ – ການປົກຄອງແຂວງ ນຳພາໂດຍທ່ານ ປອ ສີສົມພອນ ວົງພະຈັນ ຮອງຫົວໜ້າຄະນະວິຊາປັດຊະຍາ ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ແລະ ເປັນກຽດຕ້ອນຮັບໂດຍທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ – ການປົກຄອງແຂວງ ພ້ອມດ້ວຍຄະນະ.

ທ່ານ ພູເຂົາເງິນ ອິນທະວົງ ໄດ້ລາຍງານການເຄື່ອນໄຫວວຽກງານຂອງໂຮງຮຽນໃນໄລຍະຜ່ານມາວ່າ: ປະຈຸບັນ ມີພະນັກງານ, ຄູ – ອາຈານປະຈຳການ 20 ທ່ານ ຍິງ 11 ທ່ານ ໃນນັ້ນ ເປັນຄູ – ອາຈານສອນ 13 ທ່ານ ກວມເອົາ 65% ແລະ ໄດ້ແບ່ງຕາມວິຊາສະເພາະທີ່ຮຽນມາຮັບຜິດຊອບ ແຕ່ລະສາຍການຮຽນ – ການສອນ ຢ່າງຂາດຕົວ.

ກຳລັງດຳເນີນການຮຽນ-ການສອນລະບົບຊັ້ນກາງຮຸ່ນທີ 15 ໃນພາກຮຽນ 1, ຝຶກອົບຮົມລະບົບ 45 ວັນ ໄດ້ 52 ຊຸດ ເມື່ອກ່ອນການຝຶກອົບຮົມແມ່ນອີງໃສ່ແຕ່ງົບປະມານຂອງລັດ ພາຍຫຼັງຫັນປ່ຽນຈາກ 9 ຊຸດ ໃນປີ 2015 ມາຮອດປະຈຸບັນເພີ່ມຂຶ້ນ 43 ຊຸດ ຕາມການຕົກລົງເອກະພາບ ແລະ ທິດຊີ້ນຳຂອງຄະນະປະຈຳພັກແຂວງ ໃຫ້ໄດ້ເປີດເມືອງລະ 1 ຊຸດ ແລະ ແຂວງ 1 ຊຸດ, ຝຶກອົບຮົມ 10 ວັນ ໄດ້ 18 ຊຸດ ພ້ອມນີ້ ການປະຕິບັດມາດຕະການໂຄວິດ 19 ພະນັກງານຄູ – ອາຈານ ແລະ ນັກສຶກສາ ກໍໄດ້ປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດຢ່າງເຂັ້ມງວດ ແລະ ການຮຽນ – ການສອນ ກໍ່ຂໍທິດຊີ້ນຳຈາກຂັ້ນເທິງ ແລະ ສະເພາະກິດເປັນປົກກະຕິ.

ສຳລັບທິດທາງແຜນການໃນຕໍ່ໜ້່າ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດຂອງໂຮງຮຽນ ແລະ ບັນດາມະຕິກອງປະຊຸມ, ສືບຕໍ່ສ້າງເງື່ອນໄຂເພື່ອເຮັດໃຫ້ຄະນະພັກຂັ້ນເທິງຂອງແຂວງໄດ້ລົງໃກ້ຊິດຕິດແທດກັບໂຮງຮຽນ, ເພີ່ມທະວີຄວາມເອົາໃຈໃສ່ວິທີການສິດສອນແບບໃໝ່ໃຫ້ຄູ – ອາຈານ ເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານການສິດສອນ ປະສານສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນດ້ານວິຊາການ, ສືບຕໍ່ສ້າງຂະບວນການສອນດີ – ສອນເກັ່ງຂອງຄູ – ອາຈານ ແລະ ຮຽນດີ – ຮຽນເກັ່ງຂອງນັກສຶກສາ.

ພ້ອມນີ້ ຄະນະນັກສຶກສາ ແລະ ໂຮງຮຽນການເມືອງ – ການປົກຄອງແຂວງ ຍັງໄດ້ແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນບາງວຽກງານຮ່ວມກັນ ເພື່ອຈະໄດ້ນຳເອົາໄປປະກອບໃສ່ບົດຈົບຊັ້ນຂອງຕົນ.

About admins16