ກອງປະຊຸມພົບປະພາກທຸລະກິດ ກ່ຽວກັບທຶນສົມທົບ ເພື່ອສົ່ງເສີມທຸລະກິດ ພາຍໃນແຂວງບໍລິຄໍາໄຊ ໄລຍະທີ 2

ກອງປະຊຸມພົບປະພາກທຸລະກິດ ກ່ຽວກັບທຶນສົມທົບ ເພຶ່ອສົ່ງເສີມທຸລະກິດ ພາຍໃນແຂວງບໍລິຄໍາໄຊ ໄລຍະທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ຢູ່ຫ້ອງປະຊຸມ ໂຮງແຮມດອກຈໍາປາ ເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ ແລະ ທ່ານ ໄຊຍະເພັດ ຈັນທິສອນ ປະທານ ສະພາການຄ້າ ແລະ ອຸດສະຫະກໍາແຂວງບໍລິຄໍາໄຊ, ມີບັນດາຄະນະທີມງານຂອງໂຄງການທຶນສົມທົບ ເພຶ່ອສົງເສີມທຸລະກິດ ( BAF ), ພ້ອມດ້ວຍຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສະຫະກໍາແຂວງ, ຕະຫຼອດຮອດຜູ້ປະກອບການທາງດ້ານທຸລະກິດ ພາຍໃນແຂວງ ເຂົ້າຮ່ວມ.

ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ສປປ ລາວ ເປັນອົງປະກອບໜຶ່ງຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ອົດສະຕາລີ, ໄອສແລນ, ອາເມລິກາ ແລະ ທະນາຄານໂລກ, ໃຫ້ຄໍາປຶກສາທາງທຸລະກິດຢ່າງເທົ່າທຽມ, ຜູ້ສະໝັກທີ່ໄດ້ຕາມເງື່ອນໄຂ ຈະໄດ້ຮັບການພິຈາລະນາ ເພື່ອສະໜັບສະໜູນບັນດາບໍລິສັດເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພັດທະນາທັກສະ ແລະ ວິຊາການ ເພື່ອໃຫ້ກາຍເປັນບໍລິສັດ ທີ່ມີຄວາມອາດສາມາດໃນການແຂ່ງຂັນທັງພາຍໃນ, ພາກພື້ນ ແລະ ສາກົນ.

ເຊິ່ງໃນນີ້ ໂຄງການຈະໃຫ້ການສະໜັບສະໜູນ ໂດຍການສະໜອງທຶນສົມທົບ ເພຶ່ອຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການຈ້າງທີ່ປືກສາດ້ານວິຊາການ ທີ່ແນໃສ່ການເສີມຂະຫຍາຍຄວາມອາດສາມາດໃນການແຂ່ງຂັນ ນອກຈາກນີ້ ທາງໂຄງການຍັງສະໜັບສະໜູນ ໂດຍການໃຫ້ຄໍາປຶກສາເບື້ອງຕົ້ນ ກ່ຽວກັບແຜນຂະຫຍາຍທຸລະກິດໃນດ້ານຕ່າງໆ ໂດຍບໍ່ຄິດຄ່າບໍລິການ ເພຶ່ອແນໃສຊ່ວຍໃນການກໍານົດແນວທາງ ຄວາມຕ້ອງການທີ່ຈະພັດທະນາທຸລະກິດໃນດ້ານຕ່າງໆ ເພຶ່ອໃຫ້ເກີດປະສິດທິພາບສູງສຸດໃນຕໍ່ໜ້າ.

ສຳລັບບໍລິສັດທີ່ມີເງື່ອນໄຂສະໝັກຂໍທຶນ ມີຄື: ບໍລິສັດ ຫຼື ວິສາຫະກິດເອກະຊົນທີ່ດຳເນີນທຸລະກິດໃນ ສປປ ລາວ ແລະ ສະໜອງວຽກເຮັດງານທຳໃຫ້ແກ່ພົນລະເມືອງລາວ, ບໍລິສັດທີ່ຕ້ອງການສ້າງຂໍ້ໄດ້ປຽບທາງດ້ານການແຂ່ງຂັນ ແລະ ການຂະຫຍາຍຕົວຂອງທຸລະກິດ, ຕ້ອງການປັບປຸງລະບົບການປະຕິບັດງານໃຫ້ສູງຂຶ້ນ, ຕ້ອງການການປ່ຽນແປງ ຫຼື ສ້າງສັນສິ່ງໃໝ່ໆດ້ານວິຊາການ, ເຮັດວຽກຮ່ວມກັບແມ່ຍິງ, ຄົນທຸກຍາກ ແລະ ຊຸມຊົນທີ່ດ້ອຍໂອກາດ, ມີຮູບແບບທຸລະກິດທີ່ມີສ່ວນຮ່ວມ ແລະ ສາມາດເຮັດໃຫ້ເສດຖະກິດຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງພົນລະເມືອງລາວໃຫ້ດີຂຶ້ນ ແລະ ທຸລະກິດທີ່ລິເລີ່ມໃໝ່ມີສິດສະມັກຂໍທຶນເຊັນດຽວກັນ, ແຕ່ໂຄງການ ທສທ II ຈະຖືເອົາຄວາມສ່ຽງຂອງທຸລະກິດ ເປັນປັດໃຈຫຼັກໃນການຕັດສິນວ່າທຸລະກິດນັ້ນເໝາະສົມທີ່ຈະໄດ້ຮັບທຶນສົມທົບ ຫຼື ບໍ.

About admins16