ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນງານລາວ/030 ປະຈຳປີ 2022

ກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳຂັ້ນແຂວງແຜນງານລາວ /030 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ເມສາ 2022 ຢູ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ເຈົ້າເມືອງ – ຮອງເຈົ້າເມືອງ, ພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ແຜນງານພັດທະນາທ້ອງຖິ່ນ ເປັນແຜນງານທີ່ເຮັດວຽກການພັດທະນາ ເຊິ່ງເນັ້ນການແກ້ໄຂຄວາມທຸກຍາກ ໂດຍການມີສ່ວນຮ່ວມຂອງລັດທຸກພາກສ່ວນ ເພື່ອສ້າງຄວາມເຂັ້ມແຂງໂດຍໝູນໃຊ້ກົນໄກຂອງພາກລັດ ເຊັ່ນ: ຍຸດທະສາດສາມສ້າງ ໃນການຂັບເຂື່ອນ ໂດຍມີປະຊາຊົນ ໃນເຂດ 4 ເມືອງເປົ້າໝາຍ ຄື: ເມືອງບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ ລວມມີ 77 ບ້ານເປົ້າໝາຍທີ່ຍັງທຸກຍາກ ເພື່ອພັກດັນໃຫ້ເຂດເປົ້າໝາຍຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ເຊິ່ງມີ 3 ໜ້າວຽກຫຼັກ ຄື: ການສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ ( R1 ) ມາຮອດປະຈຸບັນ ສຳເລັດແລ້ວ 37% ໃນນັ້ນ ມີ 53 ກິດຈະກຳ ແລະ ສຳເລັດ 32 ກິດຈະກຳ ມູນຄ່າທັງໝົດແມ່ນ 3.902.500.000 ກີບ, ປະເພດກິດຈະກຳທີ່ໄດ້ຈັດຕັ້ງປະຕຳບັດ ຄື: ຝຶກອົບຮົມ, ສະໜອງອຸປະກອນເຄື່ອງ IT ແລະ ພາຫານະ, ກອງປະຊຸມສຳມະນາແລກປ່ຽນບົດຮຽນ.

ການສ້າງພື້ນຖານໂຄງລ່າງ ໂດຍຈະແນ່ໃສ່ບັນດາບຸກຄະລາກອນຂອງລັດ ( R2 ) ສຳເລັດ 81% ມີ 499 ກິດຈະກຳຫຼັກ ປະຕິບັດສຳເລັດ 407 ກິດຈະກຳ ໃນນັ້ນ ເມືອງບໍລິຄັນ 131 ກິດຈະກຳ ສຳເລັດ 99 ກິດຈະກຳ, ເມືອງຄຳເກີດ 149 ກິດຈະກຳ ສຳເລັດ 108, ເມືອງວຽງທອງ 142 ກິດຈະກຳ ສຳເລັດ 127 ແລະ ເມືອງໄຊຈຳພອນ 77 ກິດຈະກຳ ສຳເລັດ 73 ກິດຈະກຳ ມູນຄ່າທັງໝົດ 17.089.750.034 ກີບ ໂດຍມີກິດຈະກຳຫຼັກ ຄື: ກອງທຶນພັດທະນາບ້ານ ຂັບເຄື່ອນໂດຍຊຸມຊົນ, ກອງທຶນສິນເຊື່ອບ້ານ, ທຶນປ່ຽນແປງດິນຟ້າອາກາດຂອງອົງການພັດທະນາລຸກຊໍາບວກ, ທຶນປ່ຽນແປງດິນຟ້າອາກາດຂອງອົງການພັດທະນາຂອງສະວິສ ແລະທຶນຊ່ວຍ Covid-19.

ການສ້າງພື້ນຖານໂຄງລ່າງ ສຳເລັດ 96% ( R3 ) ມີ 37 ໂຄງການ ໃນນັ້ນ ເມືອງບໍລິຄັນ 11 ໂຄງການ,ເມືອງຄຳເກີດ 8 ໂຄງການ, ເມືອງວຽງທອງ 15 ໂຄງການ ທັງ 3 ເມືອງແມ່ນສຳເລັດແລ້ວ ແລະ ເມືອງໄຊຈຳພອນ ມີ 3 ໂຄງການ ສຳເລັດ 2 ກຳລັງປະຕິບັດ 1 ໂຄງການ ລວມມູນຄ່າ 18,898,069,501 ກີບ, ສ່ວນຫລາຍ ແມ່ນໂຄງການກໍ່ສ້າງໂຮງຮຽນ, ຫໍພັກນັກສຶກສາ, ລະບົບນໍ້າລິນ, ຕະຫຼາດ ແລະ ຂົວຂ້າມນໍ້າ.

ກອງປະຊຸມ ໄດ້ຮັບຟັງການລາຍງານບາງວຽກງານທີ່ພົ້ນເດັ່ນ ແລະ ການປະກອບຄຳເຫັນຈາກຂະແໜງການກ່ຽວຂ້ອງ ບັນຫາທີ່ຍັງຄົງຄ້າງ ເພື່ອຈະໄດ້ປຶກສາຫາລືກັນ ແລະ ໃຫ້ໄດ້ຮັບການແກ້ໄຂ ໃຫ້ບັນລຸຕາມແຜນທີ່ວາງໄວ້.

About admins16