ບໍລິຄໍາໄຊ ຄັດເລືອກໄດ້ແລ້ວ ນັກຮຽນເກັ່ງເຂົ້າຮ່ວມແຂ່ງຂັນລະດັບຊາດ

ພິທີເປີດບັ້ນແຂ່ງຂັນນັກຮຽນເກັ່ງ ປ5, ມ4, ມ7 ແລະ ຕອບຖາມວິທະຍາສາດ ທົ່ວແຂວງບໍລິຄໍາໄຊ ປະຈຳສົກຮຽນ 2021 – 2022 ໄດ້ຈັດຂື້ນ ໃນວັນທີ 1 ເມສາ 2022 ຢູ່ທີ່ໂຮງຮຽນມັດທະຍົມສົມບູນປາກກະດິງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ໂດຍການເປັນປະທານ ຂອງ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາ 7 ເມືອງ, ຄະນະຮັບຜິດຊອບການສອບເສັງ ຕະຫຼອດຮອດນ້ອງນັກຮຽນທີ່ເຂົ້າແຂ່ງຂັນ ເຂົ້າຮ່ວມ.

ການແຂ່ງຂັນນັກຮຽນເກັ່ງ ທົ່ວແຂວງບໍລິຄໍາໄຊ ປະຈໍາສົກຮຽນ 2021 – 2022 ໃນຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາສຶກສາຂອງພະແນກສຶກສາທິການ ແລະ ກິລາ ວາງອອກ ແນໃສ່ຍົກສູງຄຸນນະພາບຂອງການສຶກສາ ໃຫ້ເທົ່າທຽມກັບສາກົນເທື່ອລະກ້າວ ແລະ ເພື່ອສ້າງໂອກາດໃຫ້ນັກຮຽນ ທີ່ມີພອນສະຫັວນໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນ, ທັງເປັນການຄັດເລືອກເອົານັກຮຽນທີ່ມີພອນສະຫັວນ ສາມາດສອບເສັງໄດ້ຄະແນນສູງສຸດ ຂອງແຕ່ລະວິຊາ ເພື່ອເປັນຕົວແທນໃຫ້ແກ່ນ້ອງນັກຮຽນເກັ່ງຂອງແຂວງບໍລິຄໍາໄຊ ເຂົ້າຮ່ວມການແຂ່ງຂັນລະດັບຊາດ.

ການແຂ່ງຂັນນັກຮຽນເກັ່ງໃນຄັ້ງນີ້ ມີນັກແຂ່ງຂັນເຂົ້າຮ່ວມທັງໝົດ 119 ນ້ອງ, ຍິງ 73 ນ້ອງ ຈັດເປັນ 9 ຫ້ອງແຂ່ງຂັນ, ຂັ້ນ ປ.5 ມີນັກຈຳນວນນັກຮຽນ 63 ນ້ອງ, ຍິງ 44 ນ້ອງ ຈັດເປັນ 3 ຫ້ອງສອບເສັງ ປະກອບດ້ວຍ 3 ວິຊາ ຄື: ຄະນິດສາດ, ພາສາລາວ ມີ 21 ນ້ອງ ແລະ ໂລກອ້ອມຕົວ ມີ 21 ນ້ອງ.

ຊັ້ນ ມ.4 ມີຈຳນວນນັກຮຽນ 28 ນ້ອງ, ຍິງ 15 ນ້ອງ ມີ 4 ວິຊາ ຄື: ຄະນິດສາດ ມີ 7 ນ້ອງ, ,ພາສາລາວ – ວັນນະຄະດີ ມີ 7 ນ້ອງ, ຟິຊິກສາດ ມີ 7 ນ້ອງ ແລະ ເຄມີສາດມີ 7 ນ້ອງ.

ຊັ້ນ ມ.7 ມີຈຳນວນນັກຮຽນ 28 ນ້ອງ, ຍິງ 14 ນ້ອງ ມີ 4 ວິຊາ ຄື: ຄະນິດສາດ ມີ 7 ນ້ອງ, ພາສາລາວ – ວັນນະຄະດີ ມີ 7 ນ້ອງ, ຟິຊິກສາດ ມີ 7 ນ້ອງ ແລະ ເຄມີສາດ ມີ 7 ນ້ອງ.

ສຳລັບຜົນການແຂ່ງຂັນດີເດັ່ນອັນດັບທີ 1 ຂອງແຕ່ລະວິຊາ ຄື: ຂັ້ນ ປ5 ວິຊາລະ 1 ຄົນ ຄື: ຄະນິດສາດ ທ້າວ ທະວີສັກ ຄໍາຜຸຍ ມາຈາໂຮງຮຽນ ປ.ສ ໂພນສະຫວັນ ເມືອງທ່າພະບາດ, ພາສາລາວ ນາງ ໂບເບ ສີບຸນເຮືອງ ໂຮງຮຽນ ປ.ສ ລັດຕະນະຜາແດງ ເມືອງຄໍາເກີດ, ໂລກອ້ອມຕົວ ນາງ ກິນດາ ພຸດທະວົງ ໂຮງຮຽນ ປ.ສ ບ້ານບົງ ເມືອງປາກຊັນ.

ຊັ້ນ ມ4 ວິຊາລະ 1 ຄົນ ຄື: ຄະນິດສາດ ທ້າວ ບຸນມີ ຊາມົນຕີ ໂຮງຮຽນ ມ.ສ ສົມມົງຄຸນ ເມືອງບໍລິຄັນ, ພາສາລາວ – ວັນນະຄະດີ ທ້າວ ແອັດລີ່ ສັນຕິສັກ ໂຮງຮຽນ ມ.ສ ໂພນມີໄຊ ເມືອງຄໍາເກີດ, ຟິຊິກສາດ ນາງ ປະລິນຍາ ຈັນທະພັນ ໂຮງຮຽນ ມ.ຕົ້ນ ສິນນະພາ ເມືອງຄໍາເກີດ, ເຄມີສາດ ນາງ ກາຢີ ໄຊກົວຫາ ໂຮງຮຽນ ມ.ສ ຊົນເຜົ່າ ເມືອງຄໍາເກີດ.

ແລະ ຊັ້ນ ມ7 ວິຊາລະ 1 ຄົນ ຄື: ຄະນິດສາດ ນາງ ຕ້າຢ່າງ ໂຮງຮຽນ ມ.ສ ຜາເມືອງ ເມືອງບໍລິຄັນ, ພາສາລາວ – ວັນນະຄະດີ ນາງ ຄໍາໄພ ຫຼວງລາດ ໂຮງຮຽນ ມ.ສ ທ່າພະບາດ ເມືອງທ່າພະບາດ, ຟິຊິກສາດ ນາງ ພູສະຫວັນ ມຸກດາແກ້ວ ໂຮງຮຽນ ມໍປາຍ ປາກຊັນ ເມືອງປາກຊັນ, ເຄມີສາດ ນາງ ເລຍຢ່າງ ໂຮງຮຽນ ມ.ສ ຜາເມືອງ ເມືອງບໍລິຄັນ.

ເຊິ່ງຈະໄດ້ເປັນຕົວແທນແຂ່ງຂັນນັກຮຽນເກັ່ງໃຫ້ແກ່ແຂວງບໍລິຄໍາໄຊ ເພື່ອໄປແຂ່ງຂັນລະດັບປະເທດ ທີ່ຈະຈັດຂື້ນໃນທ້າຍເດືອນເມສາ 2022, ສ່ວນການຕອບຖາມວິທະຍາສາດດີເດັ່ນຂັ້ນແຂວງອັນດັບທີ 1 ແມ່ນເມືອງປາກຊັນ.

ໃນໂອກາດດັ່ງກ່າວ ຫົວໜ້າພະແນກສຶກສາແຂວງ ກໍ່ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບການແຂ່ງຂັນນັກຮຽນເກັ່ງ ຕັ້ງແຕ່ການເລີ່ມຕົ້ນຄັດເລືອກຢູ່ໃນແຕ່ລະໂຮງຮຽນ, ແຕ່ລະເຂດໃນແຕ່ລະເມືອງຕ່າງໆ ທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມ ຈົນສາມາດຄັດເລືອກນັກຮຽນເກັ່ງ ຊັ້ນ ປ.5, ມ.4 ແລະ ມ.7 ຕາມຄາດໝາຍ ແລະ ແນະນຳນ້ອງນັກຮຽນທຸກຄົນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອກຽມຄວາມພ້ອມຕາງໜ້າໃຫ້ນ້ອງນັກຮຽນອື່ນໆ ເຂົ້າແຂ່ງຂັນລະດັບຊາດ.

About admins16