ຂົງເຂດເສດຖະກິດເມືອງຄຳເກີດ ເຊື່ອມຊຶມມະຕິ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ

ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລີຄຳໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ ເລກທີ 04 ໃຫ້ກັບຂົງເຂດເສດຖະກິດຂອງເມືອງຄໍາເກີດ ໂດຍການເປັນປະທານຂອງທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະປະຈຳ-ກຳມະການພັກເມືອງ ບັນດາຫົວຫນ້າຫ້ອງການຂົງເຂດເສດຖະກິດ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວິໄລ ສີສະມຸດ ໄດ້ເຊື່ອມຊຶມ ມະຕິ ເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ທ່ານໃຫ້ຮູ້ວ່າ: ພະນັກງານ ແມ່ນກໍາລັງການເມືອງຫຼັກແຫຼ່ງໃນພາລະກິດປະຕິວັດຂອງພັກ, ເປັນຜູ້ຕັດສິນຜົນໄດ້ – ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຂອງລັດ, ຕ້ອງໄດ້ຮັບການນໍາພາ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດດ້ວຍຄວາມບໍລິສຸດໃຈ, ຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ວຽກງານ.

ການເຄື່ອນໄຫວປະຕິບັດຫນ້າທີ່ຂອງພະນັກງານທຸກຄົນ ຕ້ອງຕັ້ງຢູ່ບົນຈິດໃຈຮັບໃຊ້ປະຊາຊົນ  ແລະ ປະເທດຊາດ, ແກ້ໄຂທັດສະນະແນວຄິດຂີ້ຄ້ານມັກງ່າຍ, ບໍ່ຢາກຄົ້ນຄວ້າຮ່ຳຮຽນ, ຕ້ານ, ສະກັດກັ້ນ, ກໍາຈັດປັດເປົ່າພະຍາດອາດຍາສິດ, ເອກະຊົນ, ແນວຄິດຄໍາພີ, ກົນຈັກໃນຖັນແຖວພະນັກງານ, ຕ້ອງຍຶດຫມັ້ນທັດສະນະວິທະຍາສາດໃນການຊິ້ນຳ – ນຳພາ ວຽກງານພະນັກງານ, ເຄົາລົບກົດເກນພາວະວິໄສ, ຕ້ອງແທດເໜາະກັບຕົວຈິງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງໃນແຕ່ລະໄລຍະ, ທັງຮັບປະກັນໄດ້ຫຼັກການພັກນໍາພາເດັດຂາດ, ໂດຍກົງ, ຮອບດ້ານບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເປັນເອກະພາບໃນທົ່ວປະເທດ ແລະ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຮອບຄອບ, ເລິກເຊິ່ງ, ຍຸຕິທໍ, ຮັບປະກັນໂຄງປະກອບພະນັກງານ 3 ຮຸ່ນ, ເພດ, ເຜົ່າຢ່າງສົມເຫດສົມຜົນ.

About admins16