ພິທີເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານເມືອງຈຳ

ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2022 ຢູ່ຫ້ອງການບ້ານເມືອງຈຳ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດ ພິທີເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ສ້ອຍມະນີ ຈັນເນັ່ງປາວ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ແລະ ທ່ານ ພັທ ຄຳສາວ ອຸດົມໄຊ ຮອງກອງບັນຊາການ ປກສ ເມືອງ, ມີເລຂາພັກບ້ານ, ນາຍບ້ານ 03 ບ້ານກຸ່ມບ້ານເມືອງຈຳ ແລະ ພໍ່ແມ່ປະຊາຊົນບ້ານເມືອງຈຳ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ຄໍາສາວ ອຸດົມໄຊ ໄດ້ຜ່ານແຜນການສ້າງບ້ານປ້ອງກັນຄວາມສະຫງົບດີ ເຊີ່ງທ່ານໄດ້ໃຫ້ຮູ້ການຫັນເອົາແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ລົງສູ່ຮາກຖານທ້ອງຖີ່ນ, ເປັນເຈົ້າການຕໍ່ວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອບຂອງສັງຄົມ, ມີສະຕິເຄົາລົບລະບຽບກົດໝາຍ ແລະ ການຮັກສາຮີດຄອງປະເພນີອັນດີງານຂອງຊາດ, ຂອງເຜົ່າ, ເພື່ອສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເປັນວຽກງານຍຸດທະສາດໜຶ່ງທີ່ສຳຄັນ ແລະ ຈຳເປັນຮີບດ່ວນຂອງພັກ – ລັດ ໃນການສ້າງຄວາມເຂັ້ມແຂງໃຫ້ແຕ່ລະຄອບຄົວ, ບ້ານໃຫ້ຄວາມສະຫງົບ ຮັບປະກັນໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຂັ້ນທ້ອງຖິ່ນຮາກຖານຢ່າງເປັນລະບົບຕໍ່ເນື້ອງ, ແນ່ໃສ່ສະກັດກັ້ນ, ຕ້ານປະກົດການຕ່າງໆໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວ.

ຈາກນັ້ນ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ປະເພດເຄື່ອງນຸ່ງຫົ່ມທີ່ໄດ້ມາຈາກ ການບໍລິຈາກ ລະດົມທຶນຈາກພາກສ່ວນລັດ – ເອກະຊົນ, ບຸກຄົນ ແລະ ພາກສ່ວນຕ່າງໆ ໂດຍສະເພາະຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເປັນຈຸດໃຈກາງ ປະສານງານ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງທຸກຍາກຂາດເຂີນ ແລະ ຄອບຄົວອານາຖາ.

About admins16