ກໍ່ເຫດລັກເຫຼັກສານເສົາໄຟຟ້າ ຖືກສານຕັດສິນ ຈໍາຄຸກ 03 ປີ

ເຈົ້າໜ້າທີ່ ພະແນກສືບສວນ – ສອບສວນ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ           ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ  ວ່າມີກຸ່ມຄົນບໍ່ຫວັງດີຈໍານວນໜື່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນໍ້າເທີນ 01 ເມືອງປາກກະດິງ ແຂວງບໍລິຄໍາໄຊ  ຈື່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບ ປກສ ເມືອງປາກກະດິງ  ລົງສັນນະສູດສະຖານທີ່ເກີດເຫດ ແລະ ຕິດຕາມການເຄຶ່ອນໄຫວຂອງກຸ່ມຄົນບໍ່ດີ.

ຈົນມາຮອດ ວັນທີ 19 ເມສາ 2021 ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈື່ງສາມາດກັກຕົວ ທ້າວ ຕຸ້ຍ ສີສົມພອນ ອາຍຸ 27 ປີ, ອາຊີບ ເຮັດນາ, ປະຈຸບັນຢູ່ບ້ານ ໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ  ພ້ອມຂອງກາງ  ມາດໍາເນີຄະດີຕາມລະບຽບກົດໝາຍ.

 ຜ່ານການສືບສວນ – ສອບສວນ ທ້າວ ຕຸ້ຍ ສີສົມພອນ ໃຫ້ການຮັບສາລະພາບວ່າ:  ໃນເດືອນ ເມສາ 2021, ຕົນເອງ ໄດ້ຮ່ວມກັບ ທ້າວ ກ, ທ້າວ ຂ ແລະ ທ້າວ ຄ (ນາມສົມມຸດ) ທີ່ເປັນພັກພວກຮ່ວມຂະບວນການ ໄດ້ເຄື່ອນໄຫວລັກຊັບ ປະເພດເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ, ຢູ່ເຂດທາງເຂົ້າເຂື່ອນນ້ຳເທີນ 01 ຈໍານວນ 5 ຄັ້ງ, ແລ້ວນໍາໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ຄົນສັນຊາດຫວຽດນາມ ໄດ້ເງິນທັງໝົດ 276.000 ກີບ ແລ້ວມາແບ່ງກັນໄປໃຊ້ຈ່າຍຫຼີ້ນກີນຟຸມເຟືອຍຈົນໝົດ.

ການກະທໍາຂອງທ້າວ ຕຸ້ຍ ສີສົມພອນ  ແມ່ນແຕະຕ້ອງເຖິງສິດ ແລະ ກຳມະສິດຂອງລັດ ຫຼື ລວມໝູ່, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ບ້ານເມືອງບໍ່ມີຄວາມສະຫງົບສຸກປອດໄພ, ທັງທີ່ຜູ້ກ່ຽວກໍ່ຮູ້ແລ້ວວ່າການລັກຊັບຂອງຄົນອື່ນ ມາເປັນຂອງຕົນທັງຕໍ່ໜ້າ ແລະ ຫຼັບຫຼັງ ແມ່ນຜິດຕໍ່ລະບຽບກົດໝາຍ  ແຕ່ຜູ້ກ່ຽວມີເຈດຕະນາລັກ ຈື່ງເປັນການກະທໍາຜິດທາງອາຍາ ສະຖານການລັກຊັບເປັນອາຈິນ, ຜິດໃນ ມາດຕາ 231 ວັກ 03 ຂອງປະມານກົດໝາຍອາຍາ ເຫັນຄວນດຳເນີນຄະດີຕາມກົດໝາຍ.

ປະຈຸບັນ ທ້າວ ຕຸ້ຍ ສີສົມພອນ ໄດ້ຖືກສານອາຍາຂັ້ນຕົ້ນ ແຂວງບໍລິຄໍາໄຊ ຕັດສິນລົງໂທດ ຕັດອິດສະຫຼະພາບ 03 ປີ ແລະ ປັບໄໝ 5.000.000 ກີບ, ພ້ອມທັງຮັບຜີດຊອບໃຊ້ແທນຄ່າເສຍຫາຍ ຈໍານວນ 666.714.408 ກີບ  ຄືນໃຫ້ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ.

ສ່ວນຂອງກາງຄະດີ ທີ່ທາງເຈົ້າໜ້າທີ່ສາມາດກູ້ຄືນມາໄດ້ ມີເຫຼັກ 68 ເສັ້ນ, ນ໋ອດ 35,5  ກິໂລກຼາມ ທີ່ທ້າວ ຕຸ້ຍ ແລະ ພັກພວກລັກໄປ ໄດ້ມອບຄືນ ໃຫ້ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ແລ້ວ.         ສ່ວນ ທ້າວ ກ, ທ້າວ ຂ ແລະ ທ້າວ ຄ (ນາມສົມມຸດ)  ທີ່ໄດ້ເອົາຕົວຫຼົບໜີ  ທາງເຈົ້າໜ້າທີ່ໄດ້ຂື້ນບັນຊີເປົ້າໝາຍຈັບຕົວ      ຖ້າພົບເຫັນ ແລະ ຈັບຕົວພວກກ່ຽວໄດ້ ກໍ່ຈະນໍາມາດໍາເນີນຄະດີຕາມລະບຽບກົດໝາຍຕາມພາຍຫຼັງ.

ສໍາລັບທາງຮ້ານທີ່ໄດ້ຮັບຊື້ – ຂາຍເຫຼັກຈໍານວນດັ່ງກ່າວ  ທາງເຈົ້າໜ້າທີ່ກໍ່ໄດ້ສ້າງບົດບັກທຶກສຶກສາອົບຮົມ  ຖ້າຫາກຍັງມີການເຄື່ອນໄຫວຮັບຊື້ – ຂາຍ ຊັບຜິດກົດໝາຍອີກ ກໍ່ຈະນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ໃນຂັ້ນຕໍ່ໄປ.

ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງ ມາຍັງອົງການຈັດຕັ້ງຂັ້ນຕ່າງໆ, ອໍານາດການຈັດຕັ້ງທຸກບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່, ໃຫ້ທາງພາກລັດ – ເອກະຊົນ, ຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນໃດ ທີ່ມີການປະພຶດເຄື່ອນໄຫວກະທໍາຜິດ, ກໍ່ເຫດລັກຊັບ ຫຼື ອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ກໍ່ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໂດຍດ່ວນ, ເພື່ອພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນສະພາບການ, ແນ່ໃສ່ປົກປັກຮັກສາຊັບສີນຂອງລັດ, ຂອງລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

 

About admin11