ບໍລິຄຳໄຊ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ ” ໂລກມີພຽງໜື່ງດຽວ ONLY ONE EARTH “

ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2022 ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນ ກ່ຽວກັບວັນສິ່ງແວດລ້ອມແຫ່ງຊາດ ຂອງ ສປປ ລາວ ຄົບຮອບ 23 ປີ ( ນັບ ແຕ່ປີ 1999 ) ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ( ນັບແຕ່ ປີ 1972 ) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.

ທ່ານ ສົມສະຫງວນ ສຸວັນນະລາດ ກ່າວວ່າ: ຈຸດປະສົງ ຂອງການສະເຫຼີມສະຫຼອງວັນສິ່ງແວດລ້ອມ ແມ່ນເພື່ອເປັນການໂຄສະນາເຜີຍແຜ່, ສ້າງຈິດສຳນຶກ ປຸກລະດົມ ສົ່ງເສີມ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ ຊາວຄ້າຂາຍ ແລະ ພໍ່ແມ່ພີ່ນ້ອງປະຊາຊົນທຸກຊັ້ນຄົນ ໃນທົ່ວສັງຄົມລາວຂອງ ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງມີສວ່ນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມສັງຄົມ ສິ່ງແວດລ້ອມທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ຍືນຍົງຕະຫຼອດໄປ.

ດັ່ງນັ້ນ ລັດຖະບານ ແຫ່ງສປປ ລາວ ໄດ້ ຖືເອົາວັນທີ 05 ມິຖຸນາ ຂອງທຸກໆປີ ເປັນວັນສິ່ງແວດລ້ອມແຫ່ງຊາດ ຕາມມາດຕາ 89 ຂອງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ 2012.

ສຳລັບ ແຂວງບໍລິຄຳໄຊ ກໍ່ໄດ້ເປັນເຈົ້າການກະກຽມສ້າງຂະບວນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ກໍ່ຄືວັນສິ່ງແວດລ້ອມໂລກ ເຊັ່ນກັນ ໂດຍໄດ້ເຮັດແຈ້ງການຫາ ຫຊສ 7 ເມືອງ ເພື່ອໂຄສະນາເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນໃນແຕ່ລະເມືອງ ກໍ່ຄືແຂວງ ໂດຍຮູບການໂຄສະນາ ອອກຂ່າວຜ່ານສື່ຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພິມ, ສື່ອອນລາຍ, ຕິດປ້າຍຄຳຂວັນ, ເຮັດກິດຈະກຳ ໂຄສະນາສ້າງຈິດສຳນຶກຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.

ການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ໃນໄລຍະ 1 ປີຜ່ານມາ ໄດ້ຊຸກຍູ້ສ້າງຄວາມສາມາດ ໃຫ້ໜ່ວຍງານສີ່ງແວດລ້ອມຂັ້ນເມືອງ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາຫົວໜ່ວຍທຸລະກິດແບບຄອບຄົວ ຕິດພັນກັບການສ້າງຈິດສຳນຶກທາງດ້ານສິ່ງແວດລ້ອມ 7 ຕົວເມືອງ, ເອົາໃຈໃສ່ໂຄສະນາປູກຈິດສຳນຶກ, ສ້າງໂຮງຮຽນສີຂຽວ ສະອາດງາມຕາ ຢູ່ເມືອງປາກຊັນ 2 ແຫ່ງ, ຈັດຝຶກອົບຮົມກ່ຽວກັບຄວາມຮູ້ພື້ນຖານ ການປະເມີນສິ່ງແວດລ້ອມແບບຍຸດທະສາດ (SEA) ຕາມແຜນງານ 030 ລາວ – ລຸກຊຳບວກ ໃຫ້ແກ່ພະນັກງານຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໄດ້ 4 ຄັ້ງ ມີຜູ້ເຂົ້າຮ່ວມ 133 ຄົນ, ປີ 2021 ໄດ້ອອກໃບຢັ້ງຢືນ ສິ່ງແວດລ້ອມ ໃຫ້ໂຄງການລົງທຶນ ແລະ ກິດຈະການຕ່າງໆ ໄດ້ທັງໝົດ ຈຳນວນ 112 ຫົວໜ່ວຍ ( ອອກໃໝ່ 7 ຫົວໜ່ວຍ ) ໄລຍະ 5 ເດືອນ ປີ 2022 ອອກໃບຢັ້ງຢືນສິ່ງແວດລ້ອມໄດ້ ທັງໝົດ 61 ຫົວໜ່ວຍ ( ອອກໃໝ່ 18 ຫົວໜ່ວຍ ): ພ້ອມດຽວກັນນັ້ນ ຍັງໄດ້ອອກແຈ້ງການຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ໂຮງງານ ຫຼອມເຫຼັກ ຢູ່ເມືອງປາກຊັນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຢ່າງຮ້າຍແຮງ, ໄດ້ຊຸກຍູ້ ຜູ້ປະກອບການ, ໂຄງການລົງທຶນ ແລະ ກິດຈະການຕ່າງໆ ປະຕິບັດພັນທະທາງດ້ານສິ່ງແວດລ້ອມ ໄດ້ 22 ຫົວໜ່ວຍ.

ທ່ານຫົວໜ້າພະແນກ ຊສ ແຂວງ ໄດ້ຮຽກຮ້ອງມາຍັງປະຊາຊົນຊາວແຂວງບໍລິຄຳໄຊ ແລະ ອົງການຈັດຕັ້ງທາງສັງຄົມທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ໂດຍຫັນປ່ຽນພຶດຕິກຳ ແລະ ຈິນຕະນາການ ຈາກການພັດທະນາເສດຖະກິດ – ສັງຄົມ ທີ່ທຳລາຍສິ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອໃຫ້ມີຄວາມຍືນຍົງ ແລະ ຍາວນານ.

ທັງໝົດນີ້ ກໍເພື່ອຄຸນນະພາບຊີວິດທີ່ດີຂອງປະຊາຊົນ, ສ້າງແຂວງບໍລິຄຳໄຊ ໃຫ້ມີສະພາບແວດລ້ອມ ຂຽວ ສະອາດ ງາມຕາ ແລະ ປົກປັກຮັກສາໜ່ວຍໂລກຂອງພວກເຮົາຢູ່ນີ້ ໃຫ້ກາຍເປັນໂລກທີ່ປອດໄພ, ເປັນໂລກທີ່ມີຄວາມອຸດົມສົມບູນ ແລະ ໜ້າຢູ່ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ໃນການປົກປັກ ຮັກສາສິ່ງແວດລ້ອມ ພາຍໃຕ້ຄຳຂວັນ “ ໂລກມີພຽງໜຶ່ງດຽວ ” ( Only One Earth ).

 

About admins16