ກຳລັງ ປກສ ເມືອງ ປາກກະດິງ ດໍາເນີນຊີວິດການເມືອງ ປະຈຳປີ 2022.

ກອງປະຊຸມບັ້ນດຳເນີນຊີວິດການເມືອງ ກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,  ໜັກແໜ້ນ ປະຈໍາປີ 2022 ທົ່ວກຳລັງປ້ອງກັນຄວາມສະຫງົບ ເມືອງ ປາກກະດີງ  ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 25 – 26 ພຶດສະພາ 2022 ຢູ່ທີ່ສະໂມສອນຂອງຫ້ອງວ່າການເມືອງ ປາກກະດີງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ໄດ້ກ່າວວ່າ: ກອງປະຊຸມບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພາະເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ – ລັດ, ເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງຂື້ນ, ເປັນການກະຕຸກຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ – ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ – ນໍາພາ, ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ບັ້ນດໍາເນີນຊີວິການເມືອງໃນຄັ້ງນີ້ ຄະນະພັກ, ສະມະຊິກພັກໄດ້ຂຽນໃບສຳຫຼວດຕີລາຄາຈັດແບ່ງປະເພດສະມາຊິກພັກ ພ້ອມທັງຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເຊີ່ງທົ່ວຮາກຖານພັກກອງບັນຊາການ ປກສ ເມືອງ ປາກກະດິງ ມີສະມາຊິກພັກທັງໝົດ 119 ສະຫາຍ, ຍິງ 19 ສະຫາຍ, ມີ 4 ໜ່ວຍພັກຂື້ນກັບ, ຜ່ານການກວດກາຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມະຊິກພັກ ໂດຍອີງໃສ່ 05 ເນື້ອໃນຂອງພັກວາງອອກ, ສາມາດຈັດແບ່ງປະເພດສະມະຊິກພັກແຂງ ຈໍານວນ 112 ສະຫາຍ, ຍິງ 19 ສະຫາຍ, ປະເພດກາງ 7 ສະຫາຍ, ບໍ່ໄດ້ຈັດປະເພດ 01 ສະຫາຍ (ຍົກຍ້າຍມາໃໝ່).

ຈາກນັ້ນ ຍັງໄດ້ເປີດປະຊາທິປະໄຕ ໃຫ້ສະມາຊິກພັກປ່ອນບັດທາບທາມບຸກຄະລິກກະພາບຂອງຄະນະພັກຄະນະບັນຊາ.

 

About admin11