ທ່າພະບາດ ສໍາເລັດການຝຶກອົບຮົມວຽກງານຂື້ນທະບຽນອອກໃບຕາດິນ

ການຝຶກອົບຮົມ ວຽກງານຂຶ້ນທະບຽນອອກໃບຕາດິນ ທີ່ເມືອງທ່າພະບາດ ໄດ້ສໍາເລັດ ໃນວັນທີ 27 ພຶດສະພາ 2022  ຢູ່ທີ່ຫ້ອງວ່າການເມືອງທ່າພະບາດ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ແລະ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄໍາໄຊ, ມີຄູຝຶກມາຈາກກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກຂັ້ນແຂວງ, ຂັ້ນເມືອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ໃນພິທີ ທ່ານ ສຸວັນນະສານ ອະຄະມະເຂດ ຫົວໜ້າຄະນະຄູຝຶກ ຈາກກົມທີ່ດິນ ໄດ້ຂຶ້ນກ່າວສະຫຼຸບລາຍງານ ຜົນການຝຶກອົບຮົມໃນຄັ້ງນີ້ ວ່າ: ເມືອງ ທ່າພະບາດ ເປັນເມືອງໜຶ່ງທີ່ຢູ່ໃນ 3 ເມືອງເປົ້າໝາຍວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຂອງແຂວງບໍລິຄໍາໄຊ, ໄດ້ຮັບແບ່ງປັນຕົວເລກໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ 4.000 ຕອນ.

ເພື່ອເປັນການຊຸກຍູ້ວຽກງານຂຶ້ນທະບຽນອອກໃບຕາດິນຂອງເມືອງ ໃຫ້ບັນລຸຕາມແຜນການ ກົມທີ່ດິນໄດ້ສົມທົບກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ລົງເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ແລະ ຈັດຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ພະນັກງານ, ວິຊາການຂັ້ນເມືອງ ເພື່ອລົງຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງໄດ້ຝຶກອົບຮົມໃນລະຫວ່າງວັນທີ 9 ຫາວັນທີ 27 ພຶດສະພາ ເປັນຕົ້ນມາ ໂດຍມີນັກສໍາມະນາກອນ 27 ທ່ານ ປະກອບມີ ພະນັກງານລັດ 10 ທ່ານ ແລະ ພະນັກງານຕາມສັນຍາຂອງໂຄງການ 17 ທ່ານ.

ການຝຶກອົບຮົມ ນັກສໍາມະນາກອນໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍສະເພາະແມ່ນ ໄດ້ສົ່ງເສີມຂີດຄວາມສາມາດ ໃນວຽກງານທະບຽນທີ່ດິນ, ວຽກງານສໍາຫຼວດວັດແທກ, ວຽກງານຂໍ້ມູນຂ່າວສານທີ່ດິນ.

ຜ່ານການຝຶກອົບຮົມ ໄດ້ເຮັດໃຫ້ນັກສໍາມະນາກອນສາມາດຮັບຮູ້ ແລະ ກໍາໄດ້ກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ ລົງວັນທີ 21 ມິຖຸນາ 2019, ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ຄໍາແນະນໍາ ວ່າດ້ວຍການສໍາຫຼວດ ວັດແທກ ແລະ ສ້າງແຜນທີ່ຕາດິນ ສະບັບເລກທີ 6377/ກຊສ ແລະ ບັນດານິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບວຽກງານຂຶ້ນທະບຽນອອກໃບຕາດິນ.

 

 

About admin11