ກາແດງລາວມອບເຄື່ອງຊ່ວຍເຫຼືອຫຼາຍກວ່າ 20 ລ້ານກີບໃຫ້ກາແດງແຂວງບໍລິຄໍາໄຊ

ວັນທີ 28 ກຸມພາ 2021 ຜ່ານມາ ຢູ່ທີ່ອົງການກາແດງແຂວງບໍລິຄໍາໄຊ, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ນໍາອຸປະກອນໃນການຕອບໂຕ້ໄພພິບັດ ມາໃຫ້ແກ່ອົງການກາແດງແຂວງບໍລິຄໍາໄຊ ເຊິ່ງກ່າວຮັບໂດຍ ທ່ານ ນາງ ວັນເພັງ ໄຊສົງຄາມ, ຫົວໜ້າອົງການກາແດງແຂວງ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງສຽງສໍາລັບການໂຄສະນາ, ບັ້ງມອດໄຟ, ເສື້ອຊູຊີບ ແລະ ຊຸດປະຖົມພະຍາບານ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພ ໃນກໍລະນີເກີດມີເຫດການສຸກເສີນ ຫຼື ໄພພິບັດ, ລວມມຸນຄ່າການຊ່ວຍເຫຼືອທັງໝົດ 28.300.000 ກີບ.

About admin11