ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ເມືອງທ່າພະບາດ ຄັ້ງທີ 3 ສະໄໝທີ VI

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ-ເມືອງ ທ່າພະບາດ ຄັ້ງທີ 3 ສະໄໝທີ VI ໄດ້ໄຂຂຶ້ນວັນທີ 1-2 ມີນາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານ ພັທ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານງານພັກເມືອງ, ເລຂາຄະນະໜ່ວຍພັກຮາກຖານເລຂາໜ່ວຍພັກ, ກໍາລັງ ປກຊ-ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການ ຜ່ານຮ່າງບົດຕີລາຄາການນໍາພາຂອງຄະນະບໍລິຫານງານພັກເມືອງ ປະຈໍາປີ 2020 ແລະ ທິດທາງສູ້ຊົນປີ 2021 ເຫັນວ່າຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສຳເລັດສູງ ເປັນຕົ້ນແມ່ນໄດ້ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ທົ່ວສັງຄົມມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາມາດເກັບລາຍຮັບໄດ້ 4.337.034.221 ກີບ, ເທົ່າກັບ 104,31%, ປູກເຂົ້າໄດ້ 4.514 ເຮັກຕາ, ຜົນຜະລິດ 16.496 ໂຕ່ນ, ປູກພືດໄດ້ 1.344 ເຮັກຕາ, ຜົນພະລິດ 10.080 ໂຕ່ນ ແລະ ມີໂຄງການລົງທຶນທັງໝົດ 23 ໂຄງການ, ມູນຄ່າ 58 ຕື້ກວ່າກີບ, ພ້ອມກັນນັ້ນວຽກງານໃນຂົງເຂດການເມືອງ ກໍ່ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ສູງ ສາມາດກວດກາ, ຕີລາຄາ ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ສຳເລັດ 75 ໜ່ວຍພັກ ແລະ ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 66 ໜ່ວຍພັກ ກວມເອົາ 88% ແລະ ໜ່ວຍພັກກາງ 9 ໜ່ວຍພັກ ເທົ່າກັບ 12%.

ນອກຈາກນີ້ ກອງປະຊຸມຍັງໄດ້ທາມທາບບຸກຄະລິກກະພາບຂອງຄະນະບໍລິຫານງານພັກເມືອງ, ການນໍາຫຼັກແຫຼ່ງຂອງເມືອງເພື່ອຕໍານິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານຮ່າງ- ຮັບຮອງ ເອົາມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຄັ້ງທີ 3 ສະໄໝທີ VI ຢ່າງເປັນທາງການ.

ໂອກາດນີ້ ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ ໃນນັ້ນມີໃບຍ້ອງຍໍຂັ້ນແຂວງ ຈໍານວນ 38 ກົມກອງ 234 ທ່ານ ແລະ ໃບຊົມເຊີຍ 2  ກົມກອງ 86 ທ່ານ, ໃບຍ້ອງຍໍຂັ້ນເມືອງ ໃຫ້ພະນັກງານ-ລັດຖະກອນ ປະເພດດີຫຼາຍ ຈໍານວນ 174 ທ່ານ, ປະເພດດີ 114 ທ່ານ ແລະ ໃບຢັ້ງຢືນບ້ານພັດທະນາ 4 ດ້ານ ຈໍານວນ 26​ ບ້ານ.

About admin11