ການນຳແຂວງບໍລິຄຳໄຊ ເຂົ້າຮ່ວມສັກວັກຊີນກັນພະຍາດ ໂຄວິດ-19

ໃນລະຫວ່າງວັນທີ 27-30 ເມສາ 2021 ຜ່ານມາ ຢູ່ໂຮງໝໍແຂວງບໍລິຄຳໄຊ ໄດ້ຈັດພິທີສັກວັກຊິນກັນພະຍາດໂຄວິດ-19 ຊຸດທີ 2 ມີການນຳແຂວງ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ່າຮ່ວມ.

ວັກຊີນທີ່ນຳມາສັກໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ, ຊື່ຜະລິດຕະພັນແມ່ນ “ຊິໂນຟາມ”, ສະເພາະຢູແຂວງບໍລິຄຳໄຊ ແມ່ນໄດ້ຮັບຈຳນວນ 13.000 ໂດສ໌ (ຫຼອດ) ແລະ “ເອັສ໌ຕາເຊເນກາ” ສຳລັບວັກຊີນໂຕນີ້ຈະໃຫ້ຄົນທີ່ມີອາຍຸ 60 ຂຶ້ນໄປ ຈຳນວນ 1.000 ໂດສ໌ (ຫຼອດ) ທີ່ໄດ້ຮັບການສະໜັບສະໜຸນຈາກບໍລິສັດໂຄແວັກ ຟັກຊີລີຕີ່, ໂດຍຄົນໜຶ່ງຕ້ອງໄດ້ຮັບ 2 ໂດສ໌ (ຫຼອດ) ເຊິ່ງປະສິດທີພາບໃນສ້າງພູມຄຸ້ມກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 87%.

ວັກຊີນຊິໂນຟາມ ແລະ ເອັສ໌ຕາເຊເນກາ ແມ່ນໄດ້ຮັບການສັກໃນຫຼາຍປະເທດ ແລະ ມີຄວາມສ່ຽງຕ່ຳທີ່ຈະເກີດຜົນຂ້າງຄຽງ, ເປັນຜົນຂ້າງຄຽງແບບເບົາບາງເທົ່ານັ້ນ ບໍ່ອັນຕະລາຍເຖິງຊີວິດ ເຊັ່ນ: ເຈັບຫົວ, ເຈັບບໍລິເວັນສັກ ແລະ ປວດຕາມກ້າມເນື້ອ ແຕ່ອາການເຫຼົ້ານີ້ຈະເກີດຂຶ້ນຫຼັງໄດ້ຮັບວັກຊີນ 30 ນາທີເທົ່ານັ້ນ.

About admins16