ບໍລິຄຳໄຊ ສືບຕໍ່ເປີດກວ້າງການໃຫ້ວັກຊີນກັນພະຍາດ COVID-19

ເພື່ອເປັນສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍ,  ຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2021 ຢູ່ເດີ່ນເປຕັ່ງຂອງແຂວງ ບ້ານຫົງໄຊ ເມືອງປາກຊັນ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ່າຮ່ວມຮັບວັກຊີນຊິນກັນພະຍາດໂຄວິດ-19.

ຕາມການໃຫ້ສຳພາດ ທ່ານ ນາງ ດຣ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ ມາຮອດປັດຈຸບັນໃນທົ່ວແຂວງ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ທັງໝົດ 18.783 ໂດສ໌ ໃນນີ້ສັກເຂັມທີ 1 ແມ່ນ 14.756 ໂດສ໌  ແລະ ສັກຄົບ 2 ເຂັມ 4.027 ໂດສ໌  ເຊິ່ງເທົ່າກັບ 2,51% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ. ສຳລັບການສັກວັກຊີນກັນພະຍາດໂຄວິດ-19 ຢູ່ເດີ່ນເປຕັ່ງຂອງແຂວງ ຈະດຳເນີນໄປເປັນເວລາ 3 ວັນ 12-14 ພຶດສະພາ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າໄປສັກວັກຊີນໄດ້, ພ້ອມດຽວກັນຍັງສາມາດເຂົ້າໄປສັກວັກຊີນໄດ້ ຢູ່ທີ່ສູນສັກວັກຊີນກັນພະຍາດໂຄວິດ-19 ໂຮງໝໍແຂວງບໍລິຄຳໄຊ ແລະ ສູນບໍລິການວັກຊີນຢູ່ຂອງບັນດາເມືອງໄດ້.

ສຳລັບການສັກວັກຊີນໃນແຕ່ລະຄັ້ງ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາສັກວັກຊີນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊີນ 30 ນາທີ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອຮັບປະກັນເປົ້າໝາຍຮັບວັກຊີນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ສັກວັກຊີນ.

ວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມສ່ຽງຕຳທີ່ຈະເກີດຜົນຂ້າງຄຽງ, ເປັນຜົນຂ້າງຄຽງແບບເບົາບາງເທົ່ານັ້ນ ບໍ່ອັນຕະລາຍເຖິງຊີວິດ ເຊັ່ນ: ເຈັບຫົວ, ເຈັບບໍລິເວັນສັກ ແລະ ປວດຕາມກ້າມເນື້ອ ແຕ່ອາການເຫຼົ້ານີ້ຈະເກີດຂຶ້ນຫຼັງໄດ້ຮັບວັກຊີນ 30 ນາທີເທົ່ານັ້ນ.

About admins14