ການນຳແຂວງບໍລິຄຳໄຊ ຕ້ອນຮັບ ຄະນະຜູ້ແທນແຂວງຮ່າຕິ້ງ, ແຂວງເຫງະອານ ສສ ຫວຽດນາມ

ໃນວັນທີ 8 ກັນຍາ 2022 ຢູ່ໂຮງແຮມດອກຈຳປາ ສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ໄດ້ເປັນກຽດຕ້ອນຮັບຄະນະຜູ້ແທນແຂວງຮ່າຕິ້ງ ນຳໂດຍສະຫາຍຮວ່າງຈຸງຢູ່ງ ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈໍາແຂວງຮ່າຕິ້ງ, ຄະນະຜູ້ແທນແຂວງເຫງະອານ ນໍາໂດຍ ສະຫາຍ ຮວ່າງເຫງຍຫຽວ ຮອງເລຂາພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງເຫງະອານ, ສະຫາຍ ຫວູແອັງຊຸງ ກົງສູນໃຫ່ຍຫວຽດນາມ ປະຈຳແຂວງສະຫວັນນະເຂດ ແລະ ສະຫາຍ ພັອ ຟ້າມຮຸ່ງຖັງ ປະທານສະພາຄະນະມົນຕີກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ່ ຕາງໜ້າຄະນະກອງບັນຊາການທະຫານເຂດ 4, ເນື່ອງໃນໂອກາດມາຮ່ວມພິທີສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ ຢູ່ແຂວງບໍລິຄຳໄຊ.

ໃນຕອນແລງຂອງວັນດຽວກັນ ຢູ່ໂຮງແຮມດອກຈໍາປາ ຍັງໄດ້ມີງານລ້ຽງຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີສະຫາຍ ບົວເງິນ ຊາພູວົງ ຮອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ແລະ ຜູ້ແທນຂອງແຕ່ລະຄະນະເຂົ້າຮ່ວມ.

ງານລ້ຽງຕ້ອນຮັບຄັ້ງນີ້ ໄດ້ດໍາເດີນໄປຢ່າງອົບອຸ່ນສະໜີດສະໜົມ, ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີແບບພິເສດຂອງ 2 ຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແຂວງບໍລິຄໍາໄຊກັບແຂວງ ຮ່າຕີ້ງ ແລະ ເຫງ່ອານ  ສສ ຫວຽດນາມ.

ພ້ອມດຽວກັນຍັງໄດ້ຮັບຊົມການສະແດງສິນລະປະ ແລະ ບົດເພງ ໃນຫຼາຍລາຍການສະແດງ ທີ່ມີເນື້ອໃນສະແດງເຖິງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງສອງປະເທດລາວ-ຫວຽດນາມເພື່ອນມິດ ທີ່ນັບມື້ນັບມີຄວາມໝັ້ນຄົງທະນົງແກ່ນ, ແໜ້ນແຟ້ນກົມກຽວຍິ່ງໆຂື້ນ ແລະ ບໍ່ມີສິ່ງໃດສາມາດຕັດຂາດອອກຈາກກັນໄດ້ ດັ່ງຄຳເວົ້າຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາໄດ້ເວົ້າວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ ແມ່ນໍ້າລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນ ຊົ່ວກາລະນານ”.

About admins16