ສະພາປະຊາຊົນແຂວງບໍລິຄໍາໄຊ ຖອດຖອນບົດຮຽນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 6 ກັນຍາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຜ່ານຮູບແບບປົກກະຕິ ແລະ ຮູບແບບວິດີໂອທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ຄະນະກຳມະການ, ຄະນະເລຂາທິການ ພ້ອມດ້ວຍພະນັກງານ – ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງ ຕາງໜ້າໃຫ້ກອງເລຂານຸການກອງປະຊຸມ ລາຍງານຮ່າງບົດສະຫລຸບ ຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຂ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫລາຍດ້ານໃນການກະກຽມ ແລະ ດຳເນີນກອງປະຊຸມ, ພ້ອມນັ້ນ ຍັງຍົກຜົນໄດ້ຮັບດ້ານເນື້ອໃນກອງປະຊຸມ, ສາເຫດທີ່ພາໃຫ້ມີຈຸດດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນວຽກຈຸດສຸມພາຍຫລັງສຳເລັດກອງປະຊຸມ ແລະ ຄາດຄະເນແຜນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຊຸດທີ II.

ຈາກນັ້ນ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄຳເຫັນໃສ່ເນື້ອໃນບົດສະຫລຸບດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ ທັງຄົ້ນຄວ້າປຶກສາຫາລື ກ່ຽວກັບດ້ານດີທີ່ຈະສືບຕໍ່ປະຕິບັດ, ແກ້ໄຂຂອດຂໍ້ຄົງຄ້າງທີ່ຍັງມີ ແລະ ສາມາດນຳເອົາບົດຮຽນທີ່ຖອດຖອນໄດ້ ໄປປັບໃຊ້ເຂົ້າໃນກອງປະຊຸມຄັ້ງຕໍ່ໄປ.

About admins14