ການນຳເມືອງຄຳເກີດ ສ້າງຂະບວນການບານເຕະມິດຕະພາບ ຮັບຕ້ອນວັນຊາດທີ 2 ທັນວາ

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ໃນວັນທີ 23 ພະຈິກ 2022 ການນໍາເມືອງຄໍາເກີດໄດ້ຈັດການແຂ່ງຂັນບານເຕະມິດຕະພາບ ຮ່ວມກັບ ຂະບວນການທັດສະນະສືກສາ ຂອງນັກຄົ້ນຄ້ວາປະລິນຍາໂທ ຮຸ່ນທີ 17 ສາຍການເມືອງວິທະຍາ ຈາກສະຖາບັນການເມືອງ ແລະ ການປົກຄອງແຫງຊາດ ທີ່ເດີ່ນບານເຕະພູທອນ.

ທີມການນຳເມືອງຄຳເກີດນຳພາໂດຍ ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ພ້ອມດ້ວຍຄະນະ ແລະ ຝ່າຍທີມຂະບວນການທັດສະນະສຶກສາ ນຳພາໂດຍ ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ – ການສອນ.

ໃນການແຂ່ງຂັນ ທັງສອງຝ່າຍໄດ້ປ່ຽນກັນຮັບ ປ່ຽນກັນບຸກຢ່າງຟົດຟື້ນ ແລະ ມ່ວນຊື່ນ ຈົບການແຂ່ງຂັນຄົບ 90 ນາທີ ທີມການນໍາເມືອງຄໍາເກີດ ສາມາດຍາດໄຊຊະນະໄປໄດ້ 11 ປະຕູຕໍ່ 9.

About admins14