ກອງປະຊຸມ ອົງການປົກຄອງຂອງເມືອງໄຊຈຳພອນປະຈຳ 3 ເດືອນ 4,5,6

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2021 ນີ້ ຢູ່ທີ່ຫ້ອງປະຊູມເມືອງໄຊຈໍາພອນ ໄດ້ຈັດກອງປະຊຸມສະຫຼຸບວຽກງານອົງການປົກຄອງປະຈຳ 3 ເດືອນ 4,5,6 ແລະ ວາງທິດທາງແຜນການ 1ເດືອນຕໍ່ໜ້າ ໂດຍການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ເລຂາພັກບ້ານ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ.

ໃນໄລຍະ 3 ເດືອນຜ່ານມາ ເປັນໄລຍະການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ ຕິດຕາມ ແລະ ຊຸກຍູ້ສົ່ງເສີມການຜະລິດ, ການເກັບກ່ຽວພືດລະດູແລ້ງເປັນຕົ້ນແມ່ນການເກັບກ່ຽວເຂົ້ານາແຊງປະຕິບັດໄດ້ 100%, ການປັກດໍາເຂົ້ານາປີປະຕິບັດໄດ້ 70 ກວ່າເປີເຊັນ, ເນື້ອທີ່ປູກພືດລະດູຝົນ 890 ເຮັກຕາປະຕິບັດໄດ້ 93,6%. ຊຸກຍູ້ປະຊາຊົນປູກໝາກເດືອຍເປັນສິນຄ້າມີເນື້ອທີ່ 12 ເຮັກຕ່າປະຕິບັດສໍາເລັດເບື້ອງຕົ້ນ 90%, ແຈກຢາຍແນວພັນເບ້ຍໝາກກ້ຽງໃຫ້ປະຊາຊົນ ແລະ ເອົາໄວ້ຢູ່ສະຖານີກະສິກໍາແກ້ງຕໍມີທັງໝົດ 990 ເບ້ຍ. ຕິດຕາມການແຜ່ລະບາດຂອງພະຍາດ ແລະ ສັດຕູທີ່ຈະທໍາລາຍພືດຕ່າງໆຂອງປະຊາຊົນ, ຕິດຕາມຄອບຄົວລ້ຽງງົວທອມຢູ່ບ້ານນໍ້າສັກມີ 4 ຄອບຄົວ, ລົງສັກຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ – ຄວາຍ, ຄຽງຄູ່ກັນນັ້ນ ການແຜ່ລະບາດຂອງພະຍາດ COVID-19 ຜ່ານມາເມືອງໄຊຈຳພອນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຂອງຂັ້ນເທິງວາງອອກ ເຊິ່ງເຮັດໃຫ້ບໍ່ມີຜູ້ຕິດເຊື້ອ ຍ້ອນອົງການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າໄດ້ມີຄວາມສາມັກຄີເປັນເອກະພາບສູງຕໍ່ການປະຕິບັດ ຕາມຄໍາແນະນໍາຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກ ສາມາດແກ້ໄຂ, ຄວບຄຸມ, ສະກັດກັ້ນໄດ້ທັນກັບສະພາບ ການໂດຍພື້ນຖານ ແລະ ຮັກສາສະຖຽນລະພາບທາງດ້ານການເມືອງ ເຮັດໃຫ້ສັງຄົມມີຄວາມສະຫງົບ. ຈາກນັ້ນ ໃນກອງປະຊຸມ ຜູ້ແທນກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນຕື່ມອີກ.

About admin11