ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານພັກແຂວງ ຄັ້ງທີ 4 ສະໄໝ ທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ໄລຍະ 6 ເດືອນຜ່ານມາ ແຂວງບໍລິຄຳໄຊ ໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19 ແຕ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ພ້ອມກັນຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ໄດ້ສຸມໃສຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການແກ້ໄຂບັນຫາ 4 ເຖື່ອນ ແລະ ການຈັດຕັ້ງຜັນຂະຫຍາຍ 9 ຫົວຂໍ້ວິທະຍາສາດ ເຮັດໃຫ້ທົວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ, ສາມາດເກັບລາຍຮັບ 6 ເດືອນຕົ້ນປີໄດ້ 232,57 ຕື້ກີບ ເທົ່າກັບ 25,81% ຂອງແຜນການປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 3.068 ຕື້ກີບ, ອັດຕາການຂະຫຍາຍຕົວ 1,97%, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ ໂດຍຫັນເອົາພະນັກງານຫຼັກແຫຼ່ງລົງສູ່ຮາກຖານ ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ປະຈຸບັນທົ່ວແຂວງ ມີເມືອງພົ້ນທຸກ 5 ເມືອງ ກວມ 71,43%, ຄອບຄົວພົ້ນທຸກ 52.544 ຄອບຄົວ ກວມ 94,30%, ບ້ານພົ້ນທຸກ 249 ບ້ານ ກວມ 87,13%, ມີບ້ານພັດທະນາ 216 ບ້ານ ເທົ່າກັບ 76,05%, ຄອບຄົວພັດທະນາ 47.990 ຄອບຄົວ ເທົ່າກັບ 86,13%. ພ້ອມນັ້ນ ການຈັດຕັ້ງປະຕິບັດວຽກງານການເມືອງ, ການພັດທະນາວັດທະນາທຳ-ສັງຄົມ, ວຽກງານນິຕິບັນຍັດ, ປົກປ້ອງກົດໝາຍ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ກອງປະຊຸມເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ ແຕ່ວັນທີ 12-13 ກໍລະກົດ ໂດຍຈະໄດ້ຮັບຟັງການລາຍງານຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ການຊຸກຍູ້ການປູກພືດລະດູຝົນ, ການລະບາດຂອງພະຍາດລະບາດຜີວໜັງອັກເສບຕິດຕໍ່ຮ້າຍແຮງຂອງສັດ ແລະ ການຈັດຕັ້ງປະຕິບັດຄາດໝາຍ SDGs, ການສັກວັກຊີນປ້ອງກັນ ແລະ ສິະພາບວຽກງານປ້ອງກັນ, ຄວບຄຸຸມ, ແກ້ໄຂການລະບາດພະຍາດໂຄວິດ-19, ພະຍາດລະບາດຕາມລະດູການ ແລະ ວຽກງານອື່ນໆ.

About admins14