ກອງປະຊຸມ ປຶກສາຫາລືແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ

ຕອນເຊົ້າຂອງວັນທີ 5 ເມສາ 2021 ນີ້ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບແຜນຟື້ນຟູຊິວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ.

ກອງປະຊຸມ ໄດ້ຜ່ານຮ່າງແຜນຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 1, ເຊິ່ງຕາມແຜນ ແມ່ນຈະໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກໍາຕາມແຕ່ລະໄລຍະ ໂດຍສະເພາະແມ່ນ ໃຫ້ການຝຶກອົບຮົມ, ສົ່ງເສີມຊຸກຍູ້ການລ້ຽງສັດປະເພດຕ່າງໆ, ການປະມົງ, ປູກພືດ, ປູກໄມ້ຢາງພາລາ, ປູກໝາກໄມ້ກິນໝາກ ໃຫ້ເປັນສິນຄ້າ, ສົ່ງເສີມການຕໍ່າຫູກ, ຕັດຫຍິບ ແລະ ຈັດຫາງານຕ່າງໆ ໃຫ້ມີວຽກເຮັດງານທໍາເປັນອາຊີບເສີມ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາໃສ່ຮ່າງແຜນກິດຈະກໍາ ເພື່ອເລືອກເຟັ້ນເອົາກິດຈະກໍາທີ່ເໝາະສົມກັບ ສະພາບແວດລ້ອມ, ພື້ນທີ່ ໃນເຂດຂອງປະຊາຊົນໃຫ້ໄດ້ຮັບຜົນຜະລິດດີ ແລະ ໃຫ້ມີການຕະຫຼາດ, ທັງນີ້ເພື່່ອຄວາມເປັນເອກະພາບ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນຕໍ່ປະຊາຊົນ.

About admin11