ກອງພັນໃຫຍ່ 642 ຮ່ວມໃຈກັນ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ໃນລະຫວ່າງວັນທີ່ 1-2 ເມສາ 2021 ນີ້, ສູນບໍລິຈາກເລືອດ ອົງການກາແດງລາວ ປະຈໍາແຂວງບໍລິຄໍາໄຊ ນໍາພາໂດຍ ທ່ານ ນາງ ພີນທອງ ທໍາມະວົງສາ ຮອງຫົວໜ້າຫ້ອງການກາແດງ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດຢູ່ກອງພັນໃຫຍ່ 642 ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ບຸນດົກ ໄພມະນີ ຫົວໜ້າພະແນກພະລາ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ ເຂົ້າຮ່ວມ.

ການບໍລິຈາກເລືອດຄັ້ງນີ້ ມີຜູ້ສະໝັກໃຈ ແລະ ຜ່ານການກວດກາສຸຂະພາບ 68 ສະຫາຍ, ໄດ້ເລືອດທັງໝົດ 68 ຖົງ ເທົ່າກັບ 23,800 ຊີຊີ.

ກິດຈະກຳບໍລິຈາກເລືອດຄັ້ງນີ້ ຈັດຂຶ້ນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຊ່ວຍເຫຼືອສັງຄົມ ກໍ່ຄືຊ່ວຍເຫຼືອພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ເຈັບເປັນຂາດເລືອດ ໃຫ້ໄດ້ຮັບເລືອດເຂົ້າໃນການປີ່ນປົວຕົນເອງ.

About admin11