ກອງປະຊຸມ ປຶກສາຫາລືແຜນການວຽກງານກໍ່ສ້າງຮາກຖານ ພັດທະນາຈຸດສຸມເຂດໃຈກາງ ແຂວງ ບໍລິຄໍາໄຊ

ໃນຕອນເຊົ້າວັນທີ 05 ຕຸລາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລືແຜນການວຽກງານກໍ່ສ້າງຮາກຖານພັດທະນາຈຸດສຸມເຂດໃຈກາງແຂວງ ໃນການລົງແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ຢູ່ 05 ບ້ານຫຼໍ່ແຫຼມພາຍໃນ 03 ເມືອງ, ໂດຍການເປັນປະທານຂອງທ່ານ ພັອ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງຂັ້ນແຂວງ, ມີເລຂາພັກເມືອງ-ເຈົ້າເມືອງ 03 ເມືອງ, ກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງ 03 ເມືອງ ຄື: ເມືອງ ບໍລິຄັນ, ປາກກະດິງ ແລະ ເມືອງວຽງທອງ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຈຸດສຸມເຂດໃຈກາງແຂວງ ຢູ່ 05 ບ້ານ ພາຍໃນ 03 ເມືອງ ແມ່ນເລີ່ມແຕ່ການປະເມີນຜົນຄັ້ງສຸດທ້າຍຫາເດືອນ ກັນຍາ 2022, ໃນນີ້ ເມືອງບໍລິຄັນ ມີກໍລະນີພົວພັນຢາເສບຕິດ 77 ຄົນ, ຍິງ 02 ຄົນ, ເພີ່ມຂື້ນ 48 ຄົນ, ຕັ້ງສະນໍາໃນເຂດຫວງຫ້າມ 41 ຄອບຄົວ, ຫຼຸດລົງ 15 ຄອບຄົວ, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ 52 ຄອບຄົວ, ລຸດລົງ 48 ຄອບຄົວ, ຂັດແຍ່ງທີ່ດິນ 28 ຄອບຄົວ.

ເມືອງ ປາກກະດິງ ກໍລະນີພົວພັນຢາເສບຕິດມີ 54 ຄົນ, ລຸດລົງ 10 ຄົນ, ຍົກຍ້າຍຖິ່ນຖານ 4 ຄອບຄົວ, ເມືອງວຽງທອງ ກໍລະນີພົວພັນຢາເສບຕິດ 44 ຄົນ, ລຸດລົງ 32 ຄົນ, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ 50 ຄອບຄົວ, ລຸດລົງ 32 ຄອບຄົວ, ບໍ່ຟັງຄວາມການຈັດຕັ້ງ 08 ຄົນ, ລຸດລົງ 07 ຄົນ, ມີອາວຸດເຖື່ອນ ປະເພດປືນແກັບ, ຈັກສະຕິ່ນ 24 ຄົນ, ລຸດລົງ 24 ຄົນ.

ພ້ອມນັ້ນ ຍັງຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຈາກນັ້ນບັນດາຄະນະຮັບຜິດຊອບທຸກຂັ້ນ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ຄົ້ນຄ້ວາປຶກສາຫາລືກັນຢ່າງກົງໄປກົງມາເພື່ອປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ໄດ້ເປັນເອກະພາບກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ.

ຕອນທ້າຍ ທ່ານ ພັອ ຜາຂົງ ດອກມະນີຈັນ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມເຂດໃຈກາງແຂວງ ທຸກສະຫາຍຈົ່ງພ້ອມກັນສືບຕໍ່ນໍາເອົາແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ແລະ ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ລົງໄປເຜີຍແຜ່ໃຫ້ແກ່ປະຊາຊາຊົນບັນດາເຜົ່າໃຫ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ, ສືບຕໍ່ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫົງບ ໂດຍສະເພາະບັນດາເປົ້າໝາຍໃນກໍລະນີຕ່າງໆ ໃຫ້ລຸດໜ້ອຍຖອຍລົງ ແລະ ໝົດໄປໂດຍໄວ, ທັງນີ້ ກໍ່ເພື່ອແນ່ໃສປົດບັນດາ 05 ບ້ານຫຼໍ່ແຫຼມຢູ່ພາຍໃນ 03 ເມືອງຂອງແຂວງ ອອກຈາກບ້ານຫຼໍ່ແຫຼມໃຫ້ສໍາເລັດຢ່າງມີປະສິດທິຜົນສູງຕາມທີ່ໄດ້ກໍານົດໄວ້.

About admins16